ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຈາກບັນດາການນຳ ແຫ່ງ ສ. ຕີມໍ-ເລສເຕ ເຖິງບັນດາການນຳ ແຫ່ງ ສປປ ລາວ

ດີລີ, 25 ກໍລະກົດ 2018

ພະນະທ່ານ,

        ໃນນາມປະຊາຊົນ ແຫ່ງ ຕີມໍ-ເລສເຕ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ແບ່ງເບົາຄວາມເຈັບປວດ ໂດຍສະເພາະຕໍ່ ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ເກີດຈາກເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ.

ດ້ວຍຄວາມນັບຖືຢ່າງສູງ,

ຟຣານຊິດສະໂກ ກຸເຕິເຣັດສ ລູ ໂອໂລ

ປະທານາທິບໍດີ

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 


 

 

ພະນະທ່ານ,

 

          ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ສໍາລັບຄໍາຊົມເຊີຍຂອງພະນະທ່ານ ເນື່ອງໃນໂອກາດທີ່ຂ້າພະເຈົ້າ ເຂົ້າຮັບຕໍາແໜ່ງເປັນ ນາຍົກລັດຖະມົນຕີ ຂອງລັດຖະບານ ຊຸດທີ 8 ຂອງສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

 

          ພວກຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈ, ການສະໜັບສະໜູນ ແລະ ການຮ່ວມມືທີ່ດີ ຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານ ແລະ ພັນທະສັນຍາຂອງລັດຖະບານຂອງພວກຂ້າພະເຈົ້າ ຕໍ່ປະຊາຊົນຕີມໍ-ເລສເຕ ແລະ ວົງຄະນາຍາດສາກົນ.

 

          ພວກຂ້າພະເຈົ້າ ຮູ້ສຶກໂສກເສົ້າ ແລະ ເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວເຫດການໄພພິບັດ ທີ່ ແຂວງອັດຕະປື ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍຈໍານວນຫຼາຍ, ລວມທັງປະຊາຊົນທີ່ຖືກອົບພະຍົກ ແລະ ຍົກຍ້າຍໄປຢູ່ບ່ອນອື່ນ.

 

          ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກກັບບັນດາຄອບຄົວຜູ້ໄດ້ຮັບຜົນກະທົບ ທັງໝົດ ແລະ ຕີມໍ-ເລສເຕ ໄດ້ອະນຸມັດການບໍລິຈາກຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍ ແລະ ເພື່ອຊ່ວຍລັດຖະບານລາວ ຕໍ່ເຫດການໄພພິບັດທີ່ເກີດຂຶ້ນ ໂດຍຜ່ານຊ່ອງທາງການທູດ ໃນໄວໆນີ້.

 

          ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ສໍາລັບສາຍພົວພັນມິດຕະພາບແບບອ້າຍນ້ອງຂອງ ປະຊາຊົນລາວ ເຊິ່ງສະແດງອອກໃນການສະໜັບສະໜູນ ການເຂົ້າເປັນສະມາຊິກອາຊຽນຂອງຕີມໍ-ເລສເຕ ແລະ ການຮ່ວມມືສອງຝ່າຍທີ່ພວມເຕີບໃຫຍ່ຂະຫຍາຍຕົວ.

 

          ຂ້າພະເຈົ້າ ຂໍຢໍ້າຄືນຄວາມມຸ່ງມາດປາຖະໜາ ໃນການສືບຕໍ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດພວກເຮົາ ໂດຍການສົ່ງເສີມສາຍພົວພັນ ທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຂອງໂລກ.

 

          ດ້ວຍຄວາມນັບຖື,

 

ຕາອູ ມາຕານ ຣູອັກ

 

ນາຍົກລັດຖະມົນຕີ

 

ພະນະທ່ານ ທອງລຸນ ສີສຸລິດ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480342
ມື້ນີ້172
ມື້ວານ157
ອາທິດນີ້740
ເດືອນນີ້6573