ນະຄອນຫຼວງວຽງຈັນ, ວັນທີ 24 ກັນຍາ 2018
ພະນະທ່ານ ໄມເຄິນ ຣິຊາດ ພອມແພວ,
ລັດຖະມົນຕີຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ
ທີ່ ວໍຊິງຕັນ, ດີຊີ
ພະນະທ່ານ,
ຂ້າພະເຈົ້າມີຄວາມໂສກເສົ້າ ແລະ ເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ລົມພະຍຸ ຟລໍເລນ ໄດ້ພັດເຂົ້າສູ່ປະເທດຂອງພະນະທ່ານເມື່ອບໍ່ດົນມານີ້, ອັນໄດ້ເຮັດໃຫ້ມີປະຊາຊົນເສຍຊີວິດ ຈຳນວນໜຶ່ງ ແລະ ຊັບສິນຖືກທຳລາຍຢ່າງໜັກໜ່ວງ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນອາເມລິກາ ໂດຍສະເພາະຄອບຄົວຂອງຜູ້ທີ່ປະສົບເຄາະຮ້າຍຈາກໄພທຳມະຊາດຄັ້ງນີ້ດ້ວຍ.
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ ໂດນັນ ທຣໍາ, ຜົນກະທົບຂອງໂສກນາຕະກາໍໄພພິບັດດັ່ງກ່າວຈະໄດ້ຮັບການແກ້ໄຂ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນທີ່ໄດ້ຮັບຜົນກະທົບທັງຫຼາຍຈະໄດ້ຮັບການຟື້ນຟູໃຫ້ກັບຄືນສູ່ຄວາມປົກກະຕິໃນເວລາໄວໆເທົ່າທີ່ເປັນໄປໄດ້ນີ້.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ