ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ສປ ຈີນ ຄົບຮອບ 69 ປີ ຈາກການນຳຂັ້ນສູງ ແຫ່ງ ສປປ ລາວ

ເຖິງ:    ສະຫາຍ ສີ ຈິ້ນຜິງ,         ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

          ສະຫາຍ ລີ ເຄີ້ສຽງ,        ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

          ສະຫາຍ ຫຼິ ຈ້ານຊູ່,        ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ

                                         ສາທາລະນະລັດ ປະຊາຊົນຈີນ.

ທີ່ ນະຄອນຫຼວງປັກກິ່ງ

ບັນດາສະຫາຍທີ່ຮັກແພງ,

          ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງບັນດາສະຫາຍ ໂດຍຜ່ານບັນດາສະຫາຍໄປຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ປະຊາຊົນຈີນ ທຸກຖ້ວນໜ້າ.

          ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 69 ປີ ທີ່ຜ່ານມາ, ພາຍ​ໃຕ້​ການຊີ້ນຳ-​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດຈີນ, ປະຊາຊົນ​ຈີນ​ອ້າ​ຍນ້ອງ ​ສາມາດ​ຍາດ​ມາໄດ້ຜົນ​ສຳ​ເລັດອັນ​ໃຫຍ່​ຫຼວງ​ຮອບດ້ານ ໃນການ​ສ້າງສັງຄົມ​ນິຍົມຕາມສີ​ສັນລັກສະນະ​ພິ​ເສດຂອງ​ຈີນ​ໃນ​ຍຸກ​ໃໝ່​ ​ເຊິ່ງເຮັດ​ໃຫ້ ສາທາລະນະ​ລັດ ປະຊາຊົນ​ຈີນ ມີຄວາມ​ກ້າວໜ້າ​ໃນ​ດ້ານວິທະຍາສາດ-​ເຕັກໂນໂລຊີ ທີ່​ທັນ​ສະ​ໄໝ​, ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນດີ​ຂຶ້ນ​​ເປັນກ້າວໆ, ຖານະບົດບາດຂອງ ສປ ຈີນ ໄດ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງໃນເວທີສາກົນກໍຄືໃນໂລກ, ເຮັດໃຫ້ການເດີນຕາມເສັ້ນທາງສັງຄົມນິຍົມ ທີ່ມີພັກກອມມູນິດຈີນເປັນຜູ້ນຳພາ ນັບມື້ພົ້ນເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ, ສປ ຈີນ ໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາຢູ່ໃນໂລກ.

          ໃນນາມພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ໝາກຜົນອັນໃຫຍ່ຫຼວງຮອບດ້ານທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ຕະຫຼອດໄລຍະຜ່ານມາ ແລະ ຂໍຖືໂອກາດ​ອັນ​ມີ​ຄວາມໝາຍ​ສຳຄັນ​​ນີ້, ຂໍ​ອວຍພອນ​​ໃຫ້​ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ໂດຍພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ ໂດຍມີ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນນຳ​ນັ້ນ ຈົ່ງໄດ້ຮັບຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຈີນ ດ້ວຍທັດສະ ນະໃໝ່, ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ມີຄວາມເຂັ້ມແຂງຮອບດ້ານ, ເພື່ອບັນລຸເປົ້າໝາຍແຜນການພັດທະນາ 5 ປະການໃນໜຶ່ງດຽວ, ຍຸດທະສາດ 4 ຮອບດ້ານ ແລະ ເປົ້າໝາຍສູ້ຊົນ “100 ປີ 2 ເຫດການ”, ສ້າງສາປະເທດຈີີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລໃຫ້ປະກົດຜົນເປັນຈິງ.

         ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງຈິງໃຈຕໍ່ການ​ຮ່ວມ​ມື​​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ ໝັ້ນຄົງ ຍາວນານ ຕາມ​ທິດ 4 ດີ, ​ຄູ່ຮ່ວມຊາຕາກຳສັງຄົມນິຍົມລາວ-ຈີນ ທີ່ມີຄວາມໝາຍຍຸດທະສາດ ແລະ ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ ລະຫວ່າງ ສອງພັກ, ສອງລັດຖະບານ, ສອງສະພາ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງຫນັກແຫນ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຈີນ.

          ​ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫ່ຍຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງຂອງບັນດາສະຫາຍ.

          ດ້ວຍຄວາມນັບຖືຢ່າງສູງ,

ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2018

ບຸນຍັງ ວໍລະຈິດ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ປານີ ຢາທໍ່ຕູ້

                                          ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

--------------------------------------------------------------------------------------------------------------------------------------------------

 

ເຖິງ:    ສະຫາຍ ຫວາງ ອີ້,                   ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ

 

                                                   ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

 

ທີ່ ນະຄອນຫຼວງປັກກິ່ງ

ສະຫາຍ ທີ່ຮັກແພງ,

 

          ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ, ຂ້າພະເຈົ້າ ຂໍສົ່ງ           ຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງບັນດາສະຫາຍການນຳ ພ້ອມດ້ວຍພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທຸກຖ້ວນໜ້າ.

 

          ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະຜ່ານມາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ທີ່ມີຄວາມໝາຍຍຸດທະສາດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ ໂດຍສະເພາະສອງກະຊວງການຕ່າງປະເທດພວກເຮົາ ໄດ້ສືບຕໍ່ຮັກສາການປະສານສົມທົບກັນຢ່າງສະໜິດແໜ້ນ ແລະ ຊ່ວຍເຫຼືອສະໜັບສະໜູນຊຶ່ງກັນ ແລະ ກັນ ອັນເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ແລະ ຍົກສູງບົດບາດຊຶ່ງກັນ ແລະ ກັນ ໃຫ້ນັບມື້ນັບພົ້ນເດັ່ນ ໃນເວທີພາກພື້ນ ແລະ ສາກົນ ເພື່ອແນໃສ່​ນຳ​ເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ການປະກອບສ່ວນເສີມຂະຫຍາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

 

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນ​ໃຫ້ ສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຄອບຄົວ ແລະ ປະສົບຜົນສຳເລັດໃນຫນ້າທີອັນມີກຽດ ແລະ ສູງສົ່ງຂອງສະຫາຍ.

 

          ດ້ວຍຄວາມນັບຖືຢ່າງສູງ,

 

ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2018

 

ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີກະຊວງການຕ່າງປະເທດ

                                                                       ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485610
ມື້ນີ້115
ມື້ວານ196
ອາທິດນີ້646
ເດືອນນີ້4915