ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ສ.ເກົາຫຼີ ຈາກບັນດາການນຳ ແຫ່ງ ສປປ ລາວ

 

ນະຄອນຫຼວງວຽງຈັນ, ວັນທີ 03 ຕຸລາ 2018

ພະນະທ່ານມູນ ແຈ ອິນ

ປະທານາທິບໍດີແຫ່ງສາທາລະນະລັດເກົາຫລີ

ທີ່ເຊອູ

ພະນະທ່ານ,

          ​ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດເກົາຫລີ, ໃນນາມປະຊາຊົນລາວທຸກຖ້ວນໜ້າແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານແລະປະຊາຊົນ ສ.ເກົາຫລີ ທຸກຖ້ວນໜ້າ.

          ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ແຕກດອກອອກຜົນໃນຫລາຍດ້ານ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດ ນຳກັນ ໃນປີ 1995 ເປັນຕົ້ນມາ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ​​ໃຫ້ແໜ້ນແຟ້ນ​​ຍິ່ງໆຂຶ້ນເພື່ອນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດສປປ ລາວແລະ ສ.ເກົາຫລີ,ກໍຄືເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

          ໃນໂອກາດອັນສະຫງ່າລາສີນີ້,ຂ້າພະເຈົ້າຂໍອວຍພອນ​​ໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານແລະຂໍ​​ໃຫ້ສາທາລະນະລັດ ເກົາຫລີມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

          ດ້ວຍຄວາມນັບຖືຢ່າງສູງ,

                                                                                        ບຸນຍັງ ວໍລະຈິດ

                                                                                      ປະທານປະເທດ ແຫ່ງ
                                                                         ສາທາລະນະ
ລັດປະຊາທິປະໄຕປະຊາຊົນລາວ

...............................................................................................................................................................

 

ນະຄອນຫຼວງວຽງຈັນ, ວັນທີ 03 ຕຸລາ 2018

 

ພະນະທ່ານລີ ນັກ ຢອນ

 

ນາຍົກລັດຖະມົນຕີແຫ່ງສາທາລະນະລັດເກົາຫລີ

 

ທີ່ເຊອູ

 

ພະນະທ່ານ,

 

          ໃນນາມລັດຖະບານ ສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານແລະລັດຖະບານ ແຫ່ງ ສາທາລະນະລັດ ເກົາຫລີເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຂອງສ.ເກົາຫລີ.

 

          ຂ້າພະເຈົ້າຕີລາຄາສູງສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດເກົາຫລີ ໄດ້ຮັບການເສີມຂະຫຍາຍໃນຫຼາຍໆດ້ານ ແລະ ຕໍ່ເນື່ອງນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995​ ເປັນຕົ້ນມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີດັ່ງກ່າວນັ້ນຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ສາກົນ.

 

          ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມ   ຜາສຸກແລະປະສົບຜົນສຳເລັດຍິ່ງໆຂຶ້ນ ໃນພາລະກິດອັນສູງສົ່ງຂອງພະນະທ່ານ.

 

          ດ້ວຍຄວາມນັບຖືຢ່າງສູງ,

 

                                                                                            ທອງລຸນ ສີສຸລິດ

 

                                                                                     ນາຍົກລັດຖະມົນຕີ ແຫ່ງ
                                                                         ສາທາລະນະ
ລັດປະຊາທິປະໄຕປະຊາຊົນລາວ

..............................................................................................................................................................

 

                                                                                                            ນະຄອນຫຼວງວຽງຈັນ, ວັນທີ 03 ຕຸລາ 2018

 

ພະນະທ່ານຄັງ ຄຽງ ຮວາ

 

ລັດຖະມົນຕີ​​ກະຊວງການຕ່າງປະເທດ        

 

ແຫ່ງສາທາລະນະລັດເກົາຫລີ

 

ທີ່ເຊອູ

 

ພະນະທ່ານ,

 

          ​ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດເກົາຫລີ, ຂ້າພະເຈົ້າມີຄວາມຍິນດີ​ ​ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານແລະໂດຍຜ່ານພະນະທ່ານໄປຍັງພະນັກງານກະຊວງການຕ່າງປະເທດ ສາທາລະນະລັດ ເກົາຫລີທຸກຖ້ວນໜ້າ.

 

          ຂ້າພະເຈົ້າມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນຂອບສອງຝ່າຍແລະຫຼາຍຝ່າຍ ລະຫວ່າງສອງປະເທດ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ ນັບມື້ນັບໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນໄປຍິ່ງໆຂຶ້ນເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກເຮົາກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ເພື່ອການຮ່ວມມືພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.

 

          ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນ​​ໄຊໃຫ້ພະນະທ່ານຈົ່ງມີພະລານາໄມສົມບຸນແລະປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

                                                                            

 

ດ້ວຍຄວາມນັບຖື​,

 

                                                                                     

 

                                                                                ສະເຫລີມໄຊ ກົມມະສິດ
                                                                        
ລັດຖະມົນຕີກະຊວງການຕ່າງປະເທດ
                                                                 ແຫ່ງ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484728
ມື້ນີ້39
ມື້ວານ205
ອາທິດນີ້1166
ເດືອນນີ້4033