ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ສສ.ເຢຍລະມັນ ຈາກບັນດາການນຳ ແຫ່ງ ສປປ ລາວ

                                                                                                          ນະຄອນຫຼວງວຽງຈັນ, 02 ຕຸລາ 2018

 

ພະນະທ່ານ ດຣ. ຟຣັງ-ວານ​ເຕີ້ ສະ​ຕາຍ​ມາຍ​ເອີ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ
ທີ່ ແບກແລັງ

 

ພະນະທ່ານ,
 
    ເນື່ອງ​ໃນ​ໂອ​ກາດວັນແຫ່ງການທ້ອນໂຮມ ປະເທດເຢຍລະມັນ, ຂ້າ​ພະ​ເຈົ້າ ຂໍຖືເປັນກຽດສົ່ງຄຳ​ຊົມ​ເຊີຍຢ່າງຈິງໃຈ ແລະ​ ພອນ​ໄຊອັນປະ​ເສີດມາ​ຍັງ​  ພະ​ນະທ່ານ ແລະ ປະຊາຊົນເຢຍລະມັນ ທຸກຖ້ວນໜ້າ.


ຂ້າ​ພະ​ເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ເຊິ່ງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ບໍ່ພຽງແຕ່ຈະຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາເທົ່ານັ້ນ, ຫາກຍັງຈະປະກອບສ່ວນເຂົ້າໃນການສົ່ງເສີ່ມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກອີກດ້ວຍ.

 

   ດ້ວຍຄວາມນັບຖືຢ່າງສູງ,
                    

 

                          ບຸນຍັງ ວໍລະຈິດ
                          ປະ​ທານ​ປະ​ເທດ
           ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປ​ະ​ໄຕ ປະ​ຊາ​ຊົນລາວ                                          

..........................................................................................................................

                                                                                                  ນະຄອນຫຼວງວຽງຈັນ, 02 ຕຸລາ 2018

 

ພະນະທ່ານ ດຣ. ນາງ ອັນ​ເຈ​ລາ ​ແມ​ກ​ແກນ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ
ທີ່ ແບກແລັງ

 


ພະນະທ່ານ,
 
ເນື່ອງ​ໃນ​ໂອ​ກາດ​ວັນແຫ່ງການທ້ອນໂຮມ ປະເທດເຢຍລະມັນ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາ​  ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍຖື​ເປັນກຽດສົ່ງຄຳ​ຊົມ​ເຊີຍ   ອັນອົບອຸ່ນ ແລະ​ ພອນໄຊອັນປະ​ເສີດມາ​ຍັງ​ ພະ​ນະ​ທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ  ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ທຸກຖ້ວນໜ້າ.
    
ຂ້າ​ພະ​ເຈົ້າ ເຊື່ອໝັ້ນວ່າ ໃນຄວາມພະຍາຍາມຮ່ວມກັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດພວກເຮົາ ຈະ​ໄດ້​ຮັບ​ການ​ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ​ໃຫ້ແຕກ​ດອກ​ອອກ​ຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື​ເພື່ອ​ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.
                
                    
                        ດ້ວຍຄວາມນັບຖືຢ່າງສູງ,

 


    
                                 ທອງລຸນ ສີສຸລິດ
                               ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ                                                                                                                         ປະ​ຊາ​ທິ​ປ​ະ​ໄຕ ປະ​ຊາ​ຊົນລາວ

 

.................................................................................................................................................................

                                                                                         

                                                                           ນະຄອນຫຼວງວຽງຈັນ, 02 ຕຸລາ 2018

 

ພະນະທ່ານ ໄຮໂກ ມາດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ
ທີ່ ແບກແລັງ

 

ພະນະທ່ານ,
 
    ເນື່ອງ​ໃນ​ໂອ​ກາດວັນແຫ່ງການທ້ອນໂຮມ ປະເທດເຢຍລະມັນ, ຂ້າ​ພະ​ເຈົ້າ ຂໍຖື​ເປັນກຽດສົ່ງຄຳ​ຊົມ​ເຊີຍອັນອົບອຸ່ນ ມາ​ຍັງ​ພະ​ນະ​ທ່ານ ແລະ ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາ​ໄມ​ສົມບູນ ​ແລະ ປະສົບຜົນສຳ​ເລັດ​​ທຸກປະການ ໃນໜ້າທີ່​ວຽກງານອັນ​ສູງ​ສົ່ງ​ຂອງ​ຕົນ.
    
ຂ້າ​ພະ​ເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຈະ​ໄດ້​ຮັບ​ການສືບຕໍ່​ເສີມ​ຂະຫຍາຍໃຫ້ເຂັ້ມແຂງ ​ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ, ​ເພື່ອ​ສັນຕິພາບໂລກ, ສະຖຽນລະພາບ ແລະ ການ​ຮ່ວມ​ມື​ເພື່ອການພັດທະນາແບບຍືນຍົງ.

 


ດ້ວຍຄວາມນັບຖືຢ່າງສູງ

 


                             ສະເຫຼີມໄຊ ກົມມະສິດ               
                   ລັດຖະມົນຕີກະຊວງການຕ່າງປະເທດ
             ແຫ່ງ ສາທາລະນະລັດ ປະ​ຊາ​ທິ​ປ​ະ​ໄຕ ປະ​ຊາ​ຊົນລາວ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485428
ມື້ນີ້129
ມື້ວານ227
ອາທິດນີ້464
ເດືອນນີ້4733