ນະຄອນຫຼວງວຽງຈັນ, ວັນທີ 03 ຕຸລາ 2018
ພະນະທ່ານ,
ຂ້າພະເຈົ້າ ສະແດງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ຈິງໃຈ ມາຍັງ ພະນະທ່ານ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ອີກຄັ້ງ.
ຂ້າພະເຈົ້າ ມີຄວາມພ້ອມທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດທີ່ດີ ລະຫວ່າງ ສອງປະເທດພວກເຮົາ, ກໍຄື ສອງກະຊວງການຕ່າງປະເທດພວກເຮົາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມ ຂອງ ສອງປະເທດ, ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
(ລາຍເຊັນ)
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ທະໂຣ ໂຄໂນະ
ລັດຖະມົນຕີຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ
ທີ່ ໂຕກຽວ