ນະຄອນຫຼວງວຽງຈັນ, ວັນທີ 10 ຕຸລາ 2018
ສົມເດັດພະຣາຊາ ເຟລິບເປ ທີ 6
ແຫ່ງ ຣາຊະອານາຈັກ ແອັດສະປາຍ
ທີ່ ມາດຣິດ
ສົມເດັດພະຣາຊາ ທີ່ນັບຖື,
ເນື່ອງໃນໂອກາດວັນຊາດແຫ່ງຣາຊະອານາຈັກ ແອັດສະປາຍ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນ ຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງສົມເດັດພະຣາຊາຈົ່ງສືບຕໍ່ມີສຸຂະພາບເຂັ້ມແຂງ ພ້ອມ ພະລານະໄມສົມບູນແລະ ປະຊາຊົນແອັດສະປາຍມີແຕ່ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມືອັນດີທີ່ມີມາ ລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ພວກເຮົາ, ເພື່ອສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ