ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນປະກາດເອກະລາດ ແຫ່ງ ຣາຊະອານາຈາກກຳປູເຈຍ ຈາກບັນດາການນຳຂັ້ນສູງຂອງ ສປປ ລາວ

                                                    ນະຄອນຫຼວງວຽງຈັນ, ວັນ​ທີ 09 ພະຈິກ 2018

ພະບາດສົມເດັດ,

ເນື່ອງໃນໂອກາດວັນປະກາດເອກະລາດແຫ່ງ ຣາຊະອານາຈັກກໍາປູເຈຍຄົບຮອບ 65 ປີ, ໃນນາມປະຊາຊົນລາວທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງພະບາດສົມເດັດ ແລະ ປະຊາຊົນກໍາປູເຈຍທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງສອງປະເທດກໍຄືປະຊາຊົນສອງຊາດພວກເຮົາໄດ້ຮັບການເພີ່ມພູນຄູນສ້າງ ແລະເສີມຂະຫຍາຍຢ່າງຕໍ່ເນື່ອງຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົານັບມື້ນັບຫຼາຍຂຶ້ນ.

ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ພະບໍຣົມໂພທິສົມພານຂອງພະບາດສົມເດັດ, ປະຊາຊົກໍາປູເຈຍ ທັງຊາດ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ມີຄວາມຈະເລີນວັດທະນຍິ່ງໆຂຶ້ນໄປ.

ຂໍສົ່ງພະພອນແດ່ພະບາດສົມເດັດຊົງມີພະລານາໄມສົມບູນ, ມີຄວາມຜາສຸກແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດອັນສູງສົ່ງຂອງພະອົງ.

ດ້ວຍຄວາມນັບຖືຢ່າງສູງ,

ບຸນຍັງ ວໍລະຈິດ

ພະບາດສົມເດັດພະບໍຣົມມະນຽດໂນໂຣດົມສີຫາໂມນີ                   

ພະມະຫາກະສັດແຫ່ງ ຣາຊະອານາຈັກກໍາປູເຈຍ                           

ທີ່ນະຄອນຫຼວງພະນົມເປັນ

 


                                                                   ນະຄອນຫຼວງວຽງຈັນ, ວັນທີ 09 ພະຈິກ 2018

 

ສົມເດັດ,

​        ເນື່ອງໃນໂອກາດວັນປະກາດເອກະລາດແຫ່ງ ຣາຊະອານາຈັກກໍາປູເຈຍຄົບຮອບ 65 ປີ, ​ໃນນາມລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງລັດຖະບານແລະປະຊາຊົນກໍາປູເຈຍອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດຂອງພວກເຮົາທີ່ໄດ້ຮັບການເພີ່ມພູນຄູນສ້າງຕະຫຼອດມາ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີແລະ ການຮ່ວມມືອັນດີນັ້ນຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນໄປຢ່າງບໍ່ຢຸດຢັ້ງໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງຊາດພວກເຮົາທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້, ອວຍພອນໃຫ້ສົມເດັດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະ ປະສົບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງສົມເດັດ.

ດ້ວຍຄວາມນັບຖືຢ່າງສູງ,

               ທອງລຸນ ສີສຸລິດ

 

ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນ ​​​ແຊນ                       

ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກໍາປູເຈຍ              

ທີ່ນະຄອນຫຼວງພະນົມເປັນ

 


                                                                                                       ນະຄອນຫຼວງວຽງຈັນ, ວັນທີ 09 ພະຈິກ 2018

 

ພະນະທ່ານ,

 

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດແຫ່ງ ຣາຊະອານາຈັກກໍາປູເຈຍຄົບຮອບ 65ປີ, ​​ໃນນາມກະຊວງການຕ່າງປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງພະນັກງານກະຊວງການຕ່າງປະເທດແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກກໍາປູເຈຍທຸກຖ້ວນໜ້າ.

        ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ​​ອັນເປັນມູນເຊື້ອອັນດີງາມ​, ການຮ່ວມມື​ ​ແລະການສະໜັບສະໜູນຊຶ່ງກັນແລະກັນລະຫວ່າງສອງປະເທດກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາຈະໄດ້ຮັບການສືບຕໍ່ຮັດແໜ້ນແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອນໍາເອົາຜົນປະໂຫຍດອັນສູງສົ່ງມາສູ່ປະຊາຊົນສອງຊາດຂອງພວກເຮົາກໍຄື​​ຄອບຄົວອາຊຽນ.

        ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນໃຫ້ພະນະທ່ານພ້ອມດ້ວຍພະນັກງານກະຊວງການຕ່າງປະເທດແລະ ຮ່ວມມືສາກົນ ​​ແຫ່ງ ຣາຊະອານາຈັກກໍາປູເຈຍຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງຕົນ.

ດ້ວຍຄວາມນັບຖືຢ່າງສູງ,

 ສະເຫຼີມໄຊ ກົມມະສິດ

 

ພະນະທ່ານ ປຣາກ ໂຊຄົນ,                                                          

ຮອງນາຍົກລັດຖະມົນຕີ,                                  

ລັດຖະມົນຕີກະຊວງການຕ່າງປະເທດແລະຮ່ວມມືສາກົນ

ແຫ່ງ ຣາຊະອານາຈັກກໍາປູເຈຍ

ທີ່ ນະຄອນຫຼວງພະນົມເປັນ                           

                                                       

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480217
ມື້ນີ້47
ມື້ວານ157
ອາທິດນີ້615
ເດືອນນີ້6448