ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນ ວັນຊາດລາວ ຄົບຮອບ 43 ປີ ຈາກບັນດາການນໍາຂັ້ນສູງ ແຫ່ງ ສສ. ຫວຽດນາມ ສົ່ງເຖິງ ບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ

 

ເຖິງ: ສະຫາຍ ບຸນຍັງ ວໍລະຈິດ,

       ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

       ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

      ສະຫາຍ ທອງລຸນ ສີສຸລິດ,

       ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

      ສະຫາຍ ນາງ ປານີ ຢາທໍ່ຕູ້,

       ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ທີ່ນະຄອນຫຼວງວຽງຈັນ

 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານແລະປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນອັນອົບອຸ່ນສະໜິດສະໜົມທີ່ສຸດມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດ, ສະພາແຫ່ງຊາດ, ລັດຖະບານແລະປະຊາຊົນລາວອ້າຍນ້ອງ.

          ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ 43 ປີທີ່ຜ່ານມາ, ພາຍໃຕ້ການນຳພາອັນປີຊາສາມາດຂອງພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າ, ດ້ວຍນ້ຳໃຈຮັກຊາດອັນດູດດື່ມ ແລະມູນເຊື້ອການປະຕິວັດອັນອົງອາດກ້ຫານ, ປະຊາຊົນລາວອ້າຍນ້ອງໄດ້ເສີມຂະຫຍາຍກຳລັງແຮງ​​ສັງລວມທົ່ວປະເທດຜ່ານຜ່າຄວາມຫຍຸ້ງຍາກ​, ສິ່ງທ້າທາຍຫຼາຍປະການແລະ​ ​ຍາດມາໄດ້ຫຼາຍຜົນງານອັນໃຫຍ່ຫຼວງໃນພາລະກິດແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດ. ພິເສດ, ພາຍຫຼັງເວລາເກືອບ 03 ປີ ຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ສະພາບການການເມືອງ-ສັງຄົມລາວມີສະຖຽນລະພາບ; ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົໄດ້ຮັກສາໄວ້ຢ່າງໜັກແໜ້ນ; ເສດຖະກິດມີການຫຍາຍຕົວ​​ໄວ; ​ຂະແໜງການສຶກສາ, ວັດທະນະທຳ, ສັງຄົມມີຄວາມກ້າວໜ້າ; ຊີວິດການເປັນຢູ່​​ທັງທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນໄດ້ປັບປຸງຢ່າງບໍ່ຢຸດຢັ້ງ; ອິດທິພົນຊື່ສຽງແລະຖານະບົດບາດຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ສູງເດັ່ນຂຶ້ນທັງຢູ່ໃນພາກພື້ນແລະເວທີສາກົນ.

          ພວກຂ້າພະເຈົ້າ ​​ຊົມເຊີຍບັນດາຜົນສຳເລັດສຳຄັນດັ່ງກ່າວຂອງບັນດາສະຫາຍຢ່າງສຸດໃຈ ແລະ ຂໍອວຍພອນຢ່າງຈິງໃຈ ປະຊາຊົນລາວອ້າຍນ້ອງ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເປັນຜູ້ນຳໜ້າຈະສືບຕໍ່ຍາດມາໄດ້ຫຼາຍໄຊຊະນະອັນໃໝ່, ໃຫຍ່ຫຼວງກວ່າເກົ່າໃນຂະບວນວິວັດແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ​ 05 ປີຄັ້ງທີ VIII ໄລຍະ 2016-2020; ກະກຽມໃຫ້ແກ່ກາຈັດຕັ້ງກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ ເພື່ອກ້າວໄປເຖິງການດຳເນີນກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັໃຫ້ສຳເລັດຢ່າງຈົບງາມ; ສ້າງສຳເລັດ​​ປະເທດລາວ ແຫ່ງ ສັນຕິພາບ, ​ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

          ພວກຂ້າເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ບໍລິສຸດຜຸດຜ່ອງ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດແລະປະຊາຊົນສອງຊາດຫວຽດນາມ-ລາວໂດຍແມ່ນປະທານໂຮ່ ຈິ ມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ເຄົາລົບຮັກ ພ້ອມກັບ​​ບັນດາສະຫາຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງຊາດໄດ້ເພິ່ມພູນຄູນສ້າງມານັ້ນໄດ້ຮັບການປັບປຸງ​​ ແລະ ພັດນາຂຶ້ນນັບມື້ນັບເຂົ້າສູ່ລວງເລິກ, ປະກົດຜົນເປັນຈິງແລະມີປະສິດທິຜົນໃນທຸກໆຂົງເຂດ, ຕອບສະໜອງຄວາມມຸ້ງຫວັງ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

          ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະເໝີຕົ້ນສະເໝີປາຍເດັດດ່ຽວຮ່ວມກັບພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ​​ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ​​​ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

          ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າໃຫ້ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າເຈົ້າ ຂໍສະແດງຄວາມຂອບອົບຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະລ້ຳຄ່າແກ່ປະຊາຊົນຫວຽດນາມໃນພາລະກິດແຫ່ງການປົດປ່ອຍຊາດ, ໂຮມປະເທດຊາດເປັນອັນໜຶ່ງອັນດຽວໃນເມື່ອກ່ອນກໍຄືໃນພາລະກິດແຫ່ງການສ້າສາ ແລະພັດທະນາປະເທດຊາດໃນປັດຈຸບັນ.

          ຂໍອວຍພອນບັນດາສະຫາຍຈົ່ງມີຂຸຂະພາບເຂັ້ມແຂງ, ປະສົຜົນສຳເລັດ​​ໃນໜ້າທີ່ວຽກງານອັນສູງສົ່ງແລະ ມີກຽດສະຫງ່າຂອງບັນດາສະຫາຍ.

          ຂໍອວຍພອນສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໝັ້ນຄົງທະນົງແກ່ນແລະ ຂຽວສົດງົດງາມຕະຫຼອດກາລະນານ.

 

ນະຄອນຫຼວງຮ່າໂນ້ຍ, ວັນທີ 01 ທັນວາ 2018

 

ຫງວຽນ ຟູ ຈ້ອງ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,

ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ

 

ຫງວຽນ ຊວນ ຟຸກ,

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ

 

ຫງວຽນ ທິ ກິມ ເງີນ,

ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ

 


 

ເຖິງ: ສະຫາຍ ສະເຫຼີມໄຊ ກົມມະສິດ,

      ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ,

ທີ່ ນະຄອນຫຼວງວຽງຈັນ.

 

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ (2/12/1975-2/12/2018), ຕາງໜ້າຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ນໍ້າໃຈອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງມາຍັງສະຫາຍ, ຄະນະນໍາ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະ 43 ປີ ທີ່ຜ່ານມາ ປະຊາຊົນລາວອ້າຍນ້ອງຍາດມາໄດ້ຜົນງານອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພິເສດໃນຂະແໜງການຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງສຳຄັນເຂົ້້າໃນການເຊີດຊູບົດບາດ, ອິດທິພົນ ແລະ ຊື່ສຽງ ຂອງ ສປປ ລາວ ໃຫ້ສູງເດັ່ນຂື້ນຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ, ໃນການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກປະຊາຊົນປະຕິວັດລາວ, ຂະແໜງການຕ່າງປະເທດຂອງລາວ ຈະສືບຕໍ່ຍາດມາໄດ້ຜົນສຳເລັດອັນໃຫມ່ ໃຫຍ່ຫຼວງເກົ່າກວ່າ, ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດໃຫ້ນັບມື້ນັບສີວິໄລ ແລະ ວັດທະນະຖາວອນ.

ພວກຂ້າພະເຈົ້້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ໝາກຜົນສຳເລັດຢ່າງຈົບງາມໃນການພົວພັນຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ຂອງສອງປະເທດພວກເຮົາ ໃນໄລຍະຜ່ານມາ ບໍ່ວ່າໃນກອບການຮ່ວມມືສອງຝ່າຍ ກໍຄືໃນເວທິຕ່າງໆຢູ່ພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງສະຫາຍ ທີ່ໄດ້ເຊື້ອເຊີນຂ້າພະເຈົ້າ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ພ້ອມທັງເຂົ້າຮ່ວມ ກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 5 ແຕ່ວັນທີ 18-19 ທັນວາ 2018. ຂ້າພະເຈົ້າຫວັງວ່າ ຮ່ວມກັບສະຫາຍ, ພວກເຮົາຈະແລກປ່ຽນມາດຕາການຕ່າງໆ ທີ່ແທດເໝາະກັບສະພາບການຕົວຈິງ ເພື່ອຊຸກຍູ້ໃນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ເວົ້າລວມ ເວົ້າສະເພາະແມ່ນ ສອງກະຊວງການຕ່າງປະເທດພວກເຮົາໃນດີເກົ່າກວ່າ.

ເນື່ອງໃນໂອກາດນີ້, ຂໍອວຍພອນໄຊໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດໄປ. ອວຍພອນໄຊໃຫ້ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ໃນຕໍ່ໜ້າໃຫ້ນັບມື້ນັບແໜ້ນແຟ້ນ, ເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ມີປະສິດທິພາບ.

          ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບພາລະນາໄມເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ.

                                                                                   

ນະຄອນຫຼວງຮ່າໂນ້ຍ, ວັນທີ 01 ທັນວາ 2018

ຟ້າມ ບິ່ງ ມິງ

ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485498
ມື້ນີ້3
ມື້ວານ196
ອາທິດນີ້534
ເດືອນນີ້4803