ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມຊົມເຊີຍ ວັນຊາດລາວ ຄົບຮອບ 43 ປີ ຈາກບັນດາການນໍາຂັ້ນສູງ ແຫ່ງ ສປ ຈີນ ສົ່ງເຖິງ ບັນດາການນໍາຂັ້ນສູງ ແຫ່ງ ສປປ ລາວ


 

ເຖິງ:   ສະຫາຍ ບຸນຍັງ ວໍລະຈິດ

        ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

        ປະທານປະເທດ ແຫ່ງ ສປປ ລາວ

ທີ່ ນະຄອນຫຼວງວຽງຈັນ.

ສະຫາຍ ບຸນຍັງ ວໍລະຈິດ ທີ່ນັບຖື:

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ພັກກອມມູນິດຈີນ ແລະ ປະຊາຊົນຈີນ ກໍຄືໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ມາຍັງສະຫາຍ ແລະ ຜ່ານສະຫາຍ ມາຍັງ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງທຸກຖ້ວນໜ້າ.

ໜຶ່ງປີຜ່ານມາ, ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມປອງດອງ, ເສດຖະກິດມີການພັດທະນາ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂື້ນ. ໃນຖານະເພື່ອນມິດ ແລະ ສະຫາຍ, ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດເປັນແກນນຳ ປະຊາຊົນລາວຈະສາມາດບັນລຸເປົ້າໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວໄດ້ວາງອອກ ແລະ ປະສົບຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາພັດທະນາປະເທດຊາດ.

ໃນປີນີ້, ສາຍພົວພັນ ຈີນ-ລາວ ສືບຕໍ່ຮັກສາທ່ວງທ່າພັດທະນາທີ່ດີ, ການແລກປ່ຽນການຢ້ຽມຢາມ ລະຫວ່າງ ຜູ້ນຳຂັ້ນສູງນຳກັນເປັນປົກກະຕິ, ຍຸດທະສາດການເຊື່ອມໂຍງເຊື່ອມຈອດ ລະຫວ່າງ ຈີນ-ລາວ ມີຄວາມຄືບໜ້າຕາມແຜນການ, ການຮ່ວມມືໃນໂຄງການໃຫຍ່ດຳເນີນໄປດ້ວຍດີ, ການໄປມາຫາສູ່ກັນ ແລະ ການແລກປ່ຽນທາງດ້ານວັດທະນະທຳ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດຈີນ ແລະ ລາວ. ຂ້າພະເຈົ້າ ໃຫ້ຄວາມສຳຄັນສູງຕໍ່ການພັດທະນາສາຍພົວພັນມິດຕະພາບຈີນ-ລາວ, ຍິນດີພະຍາຍາມຮ່ວມກັບສະຫາຍ ເພື່ອຮ່ວມກັນຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ.

ຂໍອວຍພອນໃຫ້ ສປປ ລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມຜາສຸກ.

ຂໍອວຍພອນໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຈີນ-ລາວ ຈົ່ງມີຄວາມໝັ້ນຄົງ ແລະ ພັດທະນາຍິ່ງໆຂື້ນຢ່າງບໍ່ຢຸດຢັ້ງ.

 

ສີ ຈິ້ນຜິງ

ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,

ປະທານປະເທດ ແຫ່ງ ສປ ຈີນ

ນະຄອນຫຼວງປັກກິ່ງ, ວັນທີ 2 ທັນວາ 2018


 


ເຖິງ: ສະຫາຍ ທອງລຸນ ສີສຸລິດ,

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

                                                                        ທີ່ ນະຄອນຫຼວງວຽງຈັນ.

ສະຫາຍ ນາຍົກລັດຖະມົນຕີ:

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມ ເຊີຍຢ່າງສຸດອົກສຸດໃຈ ມາຍັງ ສະຫາຍ ແລະ ຂໍຜ່ານສະຫາຍ ມາຍັງ ລັດຖະບານ ແຫ່ງ ສປປ ລາວ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ໄດ້ເຫັນວ່າ ໜຶ່ງປີຜ່ານມາ ສປປ ລາວ ໄດ້ມີຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມມີຄວາມປອງດອງ ແລະ ພາລະກິດສ້າງສາພັດທະນາປະເທດຊາດ ສືບຕໍ່ມີຄວາມຄືບໜ້າໃໝ່. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ ສາຍພົວພັນຈີນ-ລາວ ຮັກສາໄດ້ທ່ວງທ່າການພັດທະນາທີ່ດີ, ການຮ່ວມມືໃນຂົງເຂດຕ່າງໆໄດ້ມີຄວາມຄືບໜ້າຢ່າງໜັກແໜ້ນ. ຝ່າຍຈີນ ຍິນດີເຮັດວຽກຮ່ວມກັນກັບຝ່າຍລາວ ເພື່ອເຮັດໃຫ້ການຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ມີເນື້ອໃນຍິ່ງຂື້ນຢ່າງຕໍ່ເນື່ອງ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ.

ຂໍອວຍພອນໃຫ້ ສປປ ລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນລາວ ຈົ່ງມີຄວາມຜາສຸກ.

ຂໍອວຍພອນໃຫ້ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ຈົ່ງມີຄວາມໝັ້ນຄົງ ແລະ ພັດທະ ນາໄປຢ່າງບໍ່ຢຸດຢັ້ງ.

 

ຫຼີ ເຄີ້ສຽງ

ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ທີ່ ນະຄອນຫຼວງປັກກິ່ງ, ວັນທີ 2 ທັນວາ 2018


 


ເຖິງ: ສະຫາຍ ນາງ ປານີ ຢ່າທໍ່ຕູ້,

      ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

                                                                        ທີ່ ນະຄອນຫຼວງວຽງຈັນ.

ສະຫາຍ ປະທານ:

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຕາງໜ້າໃຫ້ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ສະຫາຍ ແລະ ຂໍຜ່ານສະຫາຍ ມາຍັງ ສະພາແຫ່ງຊາດ ແຫ່ງ ສປປ ລາວ.

ໜຶ່ງປີທີ່ຜ່ານມາ, ພາລະກິດປ່ຽນແປງໃໝ່ຂອງ ສປປ ລາວ ໄດ້ມີຄວາມຄືບໜ້າໃໝ່ຢ່າງຕໍ່ເນື່ອງ. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ ສາຍພົວພັນຈີນ-ລາວ ໄດ້ຮັບການພັດທະນາຢ່າງເຂັ້ມແຂງ ແລະ ໜັກ   ແໜ້ນ, ການຮ່ວມມືມິດຕະພາບ ລະຫວ່າງ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ສະພາແຫ່ງຊາດລາວ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ຝ່າຍຈີນ ຍິນດີຮ່ວມກັນກັບຝ່າຍລາວ ສືບຕໍ່ຊຸກຍູ້ການແລກປ່ຽນຮ່ວມມື ລະຫວ່າງ ອົງການນິຕິບັດຍັດຂອງສອງປະເທດ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດ.

ຂໍອວຍພອນໃຫ້ ສປປ ລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນລາວ ຈົ່ງມີຄວາມຜາສຸກ.

ຂໍອວຍພອນໃຫ້ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ຈົ່ງມີຄວາມໝັ້ນຄົງ ແລະ ພັດທະ ນາໄປຢ່າງບໍ່ຢຸດຢັ້ງ.

 

ຫຼີ້ ຈັ້ນສູ່

ປະທານຄະນະກຳມະການປະຈຳ

ສະພາຜູ້ແທນປະຊາຊົນທົວປະເທດ ແຫ່ງ ສປ ຈີນ

ທີ່ ນະຄອນຫຼວງປັກກິ່ງ, ວັນທີ 2 ທັນວາ 2018


 

                                             

ເຖິງ:   ສະຫາຍ ສະເຫຼີມໄຊ ກົມມະສິດ

        ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ             

                                                                ທີ່ ນະຄອນຫຼວງວຽງຈັນ.

ສະຫາຍ ລັດຖະມົນຕີກະຊວງການຕ່າງປະເທດ:

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງສະຫາຍ.

ໜຶ່ງປີຜ່ານມາ, ພາລະກິດສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງໜັກແໜ້ນ, ສປປ ລາວ ນັບມື້ນັບມີບົດບາດສຳຄັນໃນເວທີພາກພື້ນ ແລະ ສາກົນ. ປະຈຸບັນ, ສາຍພົວພັນຈີນ-ລາວ ສືບຕໍ່ຂະຫຍາຍຕົວເຂົ້າສູ່ລວງເລິກ, ສອງປະເທດໄດ້ປະສານສົມທົບກັນຢ່າງໃກ້ຊິດໃນວຽກງານພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຍິນດີຮ່ວມກັບ ສະຫາຍ ຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງສອງຝ່າຍ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຄູ່ຮ່ວມຊະຕາກຳຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ.

ຂໍອວຍພອນໃຫ້ ສປປ ລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມຜາສຸກ.

ຂໍອວຍພອນໃຫ້ການຮ່ວມມື ຂອງສອງກະຊວງການຕ່າງປະເທດຈີນ-ລາວ ນັບມື້ນັບແໜ້ນແຟ້ນຍິ່ງຂື້ນ.

 

ຫວັງ ອີ້

ທີ່ປຶກສາແຫ່ງລັດ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ນະຄອນຫຼວງປັກກິ່ງ, ວັນທີ 2 ທັນວາ 2018


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485474
ມື້ນີ້175
ມື້ວານ227
ອາທິດນີ້510
ເດືອນນີ້4779