ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 43 ປີ ຈາກບັນດາການນຳຂັ້ນສູງ ແຫ່ງ ສປປ ເກົາຫຼີ

ນະຄອນຫຼວງວຽງຈັນ

ສະຫາຍ ບຸນຍັງ ວໍລະຈິດ,

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ເປັນໄມຕີຈິດມິດຕະພາບ.

ຕະຫຼອດໄລຍະ 43 ປີ ທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາ ອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ໄດ້ບັນລຸຜົນສຳເລັດ ອັນໃຫ່ຍຫຼວງ ໃນພາລະກິດປົກປັກຮັກສາອຸດົມການສັງຄົມນິຍົມ ແລະ ສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ແໜ້ນແຟ້ນຂື້ນ ແລະ ພາລະກິດພັດທະນາ ປະເທດຊາດໂດຍເອກະລາດ ແລະ ສ້າງສາປະເທດຊາດໃຫ້ມີຄວາມຈະເລີນວັດທະນາຖາວອນ

ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ ແລະ ສອງປະເທດ ພວກຂ້າພະເຈົ້າ ຊຶ່ງບັນດາອະດີດຜູ້ນຳໄດ້ສ້າງຕັ້ງຂື້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ມີການປ່ຽນແປງ ໂດຍຄວາມພະຍາຍາມຮ່ວມກັນ ແລະ ຂໍອວຍພອນໄຊຢ່າງສຸດອົກສຸດໃຈ ໃຫ້ ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫ່ຍກວ່າເກົ່າ ໃນພາລະໜ້າທີ່ຮັບຜິດຊອບ ຂອງສະຫາຍ.

ກິມ ເຈິງ ອຸນ

ປະທານພັກແຮງງານເກົາຫລີ

ປະທານຂອງຄະນະກໍາມາທິການກິດຈະການແຫ່ງລັດ

ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ

ຜູ້ບັນຊາການສູງສຸດ ຂອງ ກອງທັບປະຊາຊົນເກົາຫຼີ

ວັນທີ 2 ທັນວາ, ປີ ຈຸດເຊ 107(2018)

ນະຄອນຫຼວງພຽງຢາງ


ສະຫາຍ ທອງລຸນ ສີສຸລິດ,

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ເປັນໄມຕີຈິດມິດຕະພາບ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ເຫັນວ່າ ພາບໃຕ້ການຊີ້ນຳໆພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ໄດ້ບັນລຸຜົນສຳເລັດ ອັນໃຫ່ຍຫຼວງ ໃນການສູ້ຊົນ ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ່ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 8.

ໃນໂອກາດນີ້, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ພວກຂ້າພະເຈົ້າ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ກວ່າເກົ່າ ໃນຫຼາຍດ້ານ ແລະ ຂໍອວຍພອນ ໃຫ້ ສະຫາຍ ຈົ່ງມີ ສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ອັນຍິ່ງໃຫ່ຍກວ່າເກົ່າ ໃນພາລະໜ້າທີ່ຂອງສະຫາຍ ເພື່ອພັດທະນາປະເທດຊາດ.

 

ປາກ ບົງ ຈູ

 ນາຍົກລັດຖະມົນຕີ

 ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ

 ວັນທີ 2 ທັນວາ, ປີ ຈຸດເຊ 107(2018)

 ນະຄອນຫຼວງພຽງຢາງ


ນະຄອນຫຼວງວຽງຈັນ

 ສະຫາຍ ສະເຫຼີມໄຊ ກົມມະສິດ,

 ລັດຖະມົນຕີກະຊວງການຕ່າງປະເທດ

 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ມາຍັງ ສະຫາຍ.

 ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າ ປະເທດພວກສະຫາຍໄດ້ບັນລຸຜົນສຳເລັດອັນໃຫ່ຍຫຼວງ ເຂົ້າໃນການພັດທະນາເສດຖະກິດແຫ່ງປະເທດຊາດ ແລະ ການເສີມຂະຫຍາຍສາຍພົວພັນກັບຕ່າງປະເທດໃນຂອບຫຼາຍຝ່າຍ.

 ໃນໂອກາດນີ້, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອ ແລະ ປະຫວັດສາດອັນຍາວນານ ລະຫວ່າງ ສອງປະເທດ ພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໂດຍຄວາມພະຍາຍາມ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ຂໍອວຍພອນ ໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ອັນຍິ່ງໃຫ່ຍກວ່າເກົ່າ ໃນພາລະໜ້າທີ່ຮັບຜິດຊອບຂອງສະຫາຍ.

 

ຣີ ຢອງ ໂຮ

 ລັດຖະມົນຕີ ກະຊວງການຕ່າງປະເທດ

 ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ

 ວັນທີ 2 ທັນວາ, ປີ ຈຸດເຊ 107(2018)

 ນະຄອນຫຼວງພຽງຢາງ

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484513
ມື້ນີ້29
ມື້ວານ188
ອາທິດນີ້951
ເດືອນນີ້3818