ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມຊົມເຊີຍ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງ ພະບາດສົມເດັດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ

ສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ

ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

ນະຄອນຫຼວງວຽງຈັນ, ວັນທີ 04 ທັນວາ 2018

ສົມເດັດ,

          ເນື່ອງໃນໂອກາດ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງ ພະບາດສົມເດັດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ, ໃນນາມປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ຖວາຍຄວາມຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ      ພະອົງ ແລະ ພະບໍຣົມວົງສານຸວົງທຸກພະອົງ.

          ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃນຖານະປະເທດເພື່ອນບ້ານໃກ້ຄຽງທີ່ດີ ແລະ ເປັນຍາດພີ່ນ້ອງທີ່ມີພາສາປາກເວົ້າ ແລະ ວັດທະນະທໍາທີ່ຄ້າຍຄືກັນຂອງສອງປະເທດພວກເຮົາ ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນໄດ້ນໍາເອົາຜົນປະ ໂຫຍດຕົວຈິງຫຼາຍດ້ານ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ປະເທດຊາດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ພະບໍຣົມໂພທິສົມພານ ຂອງພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຢ່າງບໍ່ຢຸດຢັ້ງ ແລະ ຂໍຖວາຍພອນໄຊອັນປະເສີດແດ່ ພະອົງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ອາຍຸຍິ່ງຍືນຍາວນານ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນຊາວໄທທຸກຖ້ວນໜ້າ ຕະຫຼອດໄປ ກໍຄື ເພື່ອຄວາມຈະເລີນງອກງາມ ຂອງສາຍພົວພັນມິດຕະພາບ ສອງຊາດ ລາວ-ໄທ.

         

          ດ້ວຍຄວາມນັບຖືຢ່າງສູງ.

         

                                                                            

ບຸນຍັງ ວໍລະຈິດ

                                                                                           ປະທານປະເທດ

            ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະາຊົນລາວ


 

ພະນະທ່ານ,

 

          ເນື່ອງໃນໂອກາດ ອັນສະຫງ່າລາສີ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງພະບາດສົມເດັດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ.

 

          ຂ້າພະເຈົ້າ ມີຄວາມພາກພູມໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດລາວ ແລະ ໄທ ທີ່ມີມາແຕ່ດົນນານໃນຫຼາຍຂົງເຂດ ແລະ ຫຼາຍລະດັບໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບພະນະທ່ານສືບຕໍ່ເພີ່ມທະວີການຮ່ວມມືທີ່ມີປະສິດຕິຜົນເຫຼົ່ານັ້ນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາປະເທດ ໃຫ້ມີຄວາມມັ່ງຄັ່ງ, ເຂັ້ມແຂງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານພີ່ນ້ອງບ້ານໃກ້ເຮືອນຄຽງທີ່ດີ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງອັນສູງສຸດ ມາສູ່ປະຊາຊົນສອງຊາດຂອງພວກເຮົາ ກໍຄື ເພື່ອປະກອນສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຂອງພາກພື້ນອາຊຽນ ແລະ ໃນໂລກ.

 

     ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍຄົວຄອບ ແລະ ປະຊາຊົນຊາວໄທ        ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.

 

          ດ້ວຍຄວາມນັບຖືຢ່າງສູງ.

 

         

                     ທອງລຸນ ສີສຸລິດ

                                                                                 ນາຍົກລັດຖະມົນຕີ

                                                                  ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

        

 ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ

 ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

 ທີ່ ບາງກອກ


ພະນະທ່ານ,

 

          ເນື່ອງໃນໂອກາດ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງ ພະບາດສົມເດັດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງພະນັກງານ ກະຊວງການຕ່າງປະເທດທຸກຖ້ວນໜ້າ.

 

          ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ແລະ ຂ້າພະເຈົ້າ ມີຄວາມຍິນດີທີ່ຈະສືບຕໍ່ເພີ່ມທະວີການຮ່ວມມື ກັບ ພະນະທ່ານ ຢ່າງໃກ້ຊິດທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະໃນຂອບອາຊຽນ ເຊິ່ງໄທຈະເປັນປະທານໜູນວຽນອາຊຽນ ໃນປີ 2019 ນີ້ ໃຫ້ກ້ວາງຂວາງ ແລະ ມີໝາກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ, ຄວາມຈະເລີນວັດທະນາມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ທັງປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຄອບ ຄົວອາຊຽນຂອງພວກເຮົາ. 

 

          ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ພ້ອມດ້ວຍພະນັກງານ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.

 

          ດ້ວຍຄວາມນັບຖືຢ່າງສູງ.

 

                                                                                      

 

                                                                              ສະເຫຼີມໄຊ ກົມມະສິດ

                                                                         ລັດຖະມົນຕີກະຊວງການຕ່າງປະເທດ

                                                                 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

                                                                

ພະນະທ່ານ ດອນ ປຣະມັດວິໄນ

ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ

ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485480
ມື້ນີ້181
ມື້ວານ227
ອາທິດນີ້516
ເດືອນນີ້4785