ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ເນື່ອງໃນໂອກາດວັນຊາດ ແຫ່ງ ລັດກູເວດ ຄົບຮອບ 58 ປີ


ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2019

ສົເດັດ,

ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ແລະ ປະຊາຊົນກູເວດ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດອັນສະຫງ່າລາສີ ​​ວັນຊາດ ແຫ່ງ ລັດກູເວດ ຄົບຮອບ 58 ປີ.

ສາທາລະນະລັດ ​ປະຊາທິປະໄຕ ​ປະຊາຊົນລາວ ແລະ ລັດ​ກູເວດ ມີສາຍພົ​ວ​ພັນມິດ​ຕະ​ພາບ, ການຮ່ວມມືອັນດີ ແລະ ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ ຕະຫລອດໄລຍະໜຶ່ງທົດສະຫວັດທີ່ຜ່ານມາ. ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ​ສາຍ​ພົວ​ພັນ​ມິດຕະພາບ ແລະ ການຮ່ວມມືທີ່​ດີ​ດັ່ງ​ກ່າວນີ້ ຈະສືບ​ຕໍ່ໄດ້ຮັບ​ການເສີມ​ຂະ​ຫຍາຍ​ໃນ​ຊຸມ​ປີ​ຕໍ່​ໜ້າ ເຊິ່ງຈະນຳເອົາ​ຜົນ​ປະ​ໂຫຍດ​ມາສູ່ປະ​ຊາ​ຊົນ​ສອງຊາດ​ພວກ​ເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນກູເວດເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ດ້ວຍຄວາມນັບຖືຢ່າງສູງ.

                                                                    

ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ​ປະຊາທິປະໄຕ ​ປະຊາຊົນລາວ

                                                                                        

ສົມເດັດ ເຊກຄ໌ ຊາບາ ອາ-ອາມັດ ອາ-ຈາເບີ ອ-ຊາບາ

ກະສັດ ແຫ່ງ ລັດກູເວດ

ທີ່ ກູເວດ


ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2019

ສົມເດັດ,

ໃນນາມລັດບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,    ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ແລະ ລັດຖະບານ ກູເວດ ເນື່ອງໃນໂອກາດວັນຊາດ ແຫ່ງ ລັດກູເວດ ຄົບຮອບ 58 ປີ.

ສປປ ລາວ ແລະ ລັດກູເວດ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຕະຫຼອດໄລຍະ 10 ກວ່າປີທີ່ຜ່ານມາ. ຂ້າພະເຈົ້າ ຫວັງວ່າ ມິດຕະພາບ ແລະ ການຮ່ວມມືອັນດີດັ່ງກ່າວ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ຂະຫຍາຍຕົວ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງສົມເດັດ.

ດ້ວຍຄວາມນັບຖືຢ່າງສູງ.

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ​ປະຊາທິປະໄຕ ​ປະຊາຊົນລາວ

                                                                                      

ສົມເດັດ ເຊກຄ໌ ຈາເບີ ມູບາຣັກ ອາ-ຮາມັດ ອາ-ຊາບາ

ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ

ທີ່ ກູເວດ


ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2019

ພະ​ນະ​ທ່ານ,

ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ​   ພະ​ນະ​ທ່ານ ແລະ ພະນັກງານ ກະຊວງການຕ່າງປະເທດ ທຸກຖ້ວນໜ້າ ເນື່ອງໃນ​ໂອ​ກາດ​​ວັນ​ຊາດ ແຫ່ງ ລັດ​ກູເວດ ຄົບຮອບ 58 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາ ກໍ່ຄື ສອງກະຊວງການຕ່າງປະເທດ ຈະສືບ​ຕໍ່ໄດ້ຮັບ​ການພັດທະນາ​ໃນ​ຊຸມ​ປີ​ຕໍ່​ໜ້າ ເພື່ອນຳເອົາ​ຜົນ​ປະ​ໂຫຍດ​ມາສູ່ປະ​ຊາ​ຊົນ​ສອງຊາດ​ພວກ​ເຮົາ ແລະ ເພື່ອສັນຕິພາບ ແລະ ຄວາມວັດທະນະຖາວອນ ໃນພາກພື້ນ ແລະ ໃນໂລກ.

ຂ້າ​ພະ​ເຈົ້າ ຂໍ​ຖືໂອກາດນີ້ອວ​ຍ​ພອນໃຫ້ ​​ພະ​ນະ​ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບຜົນສຳ ເລັດໃນໜ້າທີ່ວຽກງານທີ່ສູງສົ່ງຂອງ ພະນະທ່ານ.

ດ້ວຍ​ຄວາມ​ເຄົາ​ລົບ ແລະ ນັບ​ຖືຢ່າງ​ສູງ.

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ​ປະຊາທິປະໄຕ ​ປະຊາຊົນລາວ

        

ພະ​ນະ​ທ່ານ ເຊກຄ໌ ຊາບາ ອາລ-ຄາລິດ ອາລ-ຮາມັດ ອາລ-ຊາບາ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ລັດ​ກູເວດ

ທີ່ ກູເວດ


ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480398
ມື້ນີ້56
ມື້ວານ172
ອາທິດນີ້796
ເດືອນນີ້6629