ນະຄອນຫຼວງວຽງຈັນ, ວັນທີ 11ມີນາ 2019
ພະນະທ່ານໄມເຄີນຮິກກິນ
ປະທານາທິບໍດີແຫ່ງໄອແລນ
ທີ່ດັບລິນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດແຫ່ງໄອແລນຄົບຮອບ70ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງ ພະນະທ່ານແລະຜ່ານພະນະທ່ານໄປຍັງປະຊາຊົນໄອແລນທຸກຖ້ວນໜ້າຈົ່ງມີພະລານາໄມສົມບູນແລະມີຄວາມຈະເລີນວັດທະນາ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະສາທາລະນະລັດໄອແລນຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາກໍຄືສັນຕິພາບໂລກແລະການຮ່ວມມືເພື່ອການພັດທະນາ.
ດ້ວຍຄວາມເຄົາລົບແລະນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ