ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2019
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມສະຫຼົດໃຈ ຕໍ່ ເຫດການລະເບີດແຕກຫຼາຍຄັ້ງ ຢູ່ໂບດສາສະໜາກາໂຕລິກ ແລະ ໂຮງແຮມ ຢູ່ສີລັງກາ,ໃນວັນທີ 21 ເມສາ 2019, ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊິວິດ ແລະ ໄດ້ຮັບບາດເຈັບ ເປັນຈຳນວນຫຼວງຫຼາຍ.
ໃນນາມລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນອົກເຫັນໃຈຢ່າງເລີກເຊິ່ງ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ສີລັງກາ ໂດຍສະເພາະ ຕໍ່ຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການທີ່ເສົ້າສະຫຼົດໃຈໃນຄັ້ງນີ້.
ສປປ ລາວ ກ່າວປະນາມຕໍ່ກັບເຫດການດັ່ງກ່າວ ກໍຄື ການກໍ່ການຮ້າຍໃນທຸກຮູບແບບ ແລະ ຈະສືບຕໍ່ຮ່ວມມືກັບ ວົງຄະນາຍາດສາກົນ ໃນການຕ້ານລັດທິກໍ່ການຮ້າຍທຸກຮູບແບບ ແນໃສ່ປະກອບສ່ວນປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງປອດໄພ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ພະນະທ່ານ ກໍຄື ລັດຖະບານ, ປະຊາຊົນ ສີລັງກາ ຈະສາມາດຜ່ານຜ່າຄວາມໂສກເສົ້າ ແລະ ຄວາມຫຍຸ້ງຍາກຕ່າງໆ ໃຫ້ສະພາບການກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຣານິວ ວິເກຣເມຊິງ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ
ທີ່ ໂຄລົມໂບ