ນະຄອນຫຼວງວຽງຈັນ, ວັນທີ 16 ເມສາ 2019
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈຕໍ່ເຫດການໄຟໄໝ້ໂບດວິຫານ ໂນເທີດາມ ຊຶ່ງຕັ້ງຢູ່ທີ່ ນະຄອນຫຼວງປາຣີ ໃນວັນທີ 15 ເມສາ 2019 ທີ່ໄດ້ກໍ່ໃຫ້ເກີດຄວາມສູນເສຍທາງດ້ານສະຖາປະຕິຍະກຳທີ່ເປັນສັນຍະລັກ ແລະ ປະຫວັດສາດຂອງ ຝຣັ່ງ.
ຂ້າພະເຈົ້າ ຂໍສະແດງຄວາມເສົ້າເສຍໃຈຢ່າງຈິງໃຈ ແລະ ຄວາມເຫັນໃຈມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ຝຣັ່ງ ຕໍ່ເຫດການດັ່ງກ່າວ ມານະໂອກາດນີ້ດ້ວຍ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງລັດຖະບານຝຣັ່ງ, ຜົນກະທົບຂອງເຫດການອັນຮ້າຍແຮງຄັ້ງນີ້ ຈະໄດ້ຮັບການແກ້ໄຂໃນເວລາອັນຄວນ.
ຂ້າພະເຈົ້າ ຂໍສະແດງຄວາມນັບຖືຢ່າງສູງ ມາຍັງພະນະທ່ານ ລັດຖະມົນຕີຕ່າງປະເທດ.
ສະເຫຼີມໄຊກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ພະນະທ່ານຊັງອີວວ໌ເລີດຣຽງ,
ລັດຖະມົນຕີກິດຈະການເອີຣົບແລະການຕ່າງປະເທດ
ແຫ່ງສາທາລະນະລັດຝຣັ່ງ
ທີ່ປາຣີ