ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ຂອງ ທ່ານປະທານປະເທດລາວ ເຖິງ ເຈົ້າຈັກກະພັດ ນາຣຸຮິໂຕະ ຍີ່ປຸ່ນ (ເຈົ້າຈັກກະພັດອົງໃໝ່) ໃນໂອກາດຂຶ້ນຄອງລາດຊະບັນລັງ

ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 01 ພຶດ​ສະ​ພາ 2019

​ສົມ​ເດັດ,

​         ເນື່ອງ​ໃນ​ໂອກາດພິ​ທີ​ບໍ​ຣົມ​ລາ​ຊາ​ພິ​ເສກ​ຂຶ້ນ​ຄອງ​ລາດຊະ​ບັນ​ລັງ​ຂອງ ​ສົມ​ເດັດ ເຈົ້າຈັກກະພັດ ນາ​ຣຸ​ຮິ​ໂຕະ ແຫ່ງ ປະເທດຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ ເຊິ່ງ​ເປັນພິ​ທີທີ່​ມີ​ຄວາມ​ໝາ​ຍ​ສຳ​ຄັນ​ສຳ​ລັບ​ປວງ​ຊົນ​ຊາວ​ຍີ່​ປຸ່ນທຸກ​ຖ້ວນ​ໜ້າ, ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ​ທຸກ​ຖ້ວນ​ໜ້າ ກໍ​ຄື​ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ຖື​ເປັນ​ກຽດ​ຢ່າງ​ສູງສົ່ງ​ຄຳ​​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ​ສົມ​ເດັດ ແລະ ພະ​ບໍ​ຣົມ​ວົງ​ສາ​ນຸ​ວົງ​ທຸກ​ພະ​ອົງ. ​

            ຂ້າ​ພະ​ເຈົ້າ​ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ພະ​ບໍ​ຣົມ​ໂພ​ທິ​ສົມ​ພານ​ຂອງ ​ສົມ​ເດັດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳ​ເອົາ​ຜົນ​ປະ​ໂຫຍດຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ລາວ ແລະ ຍີ່​ປຸ່ນ. ອີກ​ດ້ານ​ໜຶ່ງ​ກໍ​ເປັນ​ການ​ປະກອບສ່ວນເຂົ້າ​ໃນ​ການປົກ​ປັກ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ກໍ​ຄືການສົ່ງ​ເສີມ​ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

             ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີນີ້ ຂ້າ​ພະ​ເຈົ້າຂໍ​ອວຍພອນ​ໄຊອັນ​ປະ​ເສີດ ມາ​ຍັງ ​ສົມ​ເດັດ ຈົ່ງ​ມີ​ພະ​ລາ​ນາ​​ໄມ​ສົມບູນ ​ແລະ ຊົງພະ​ກະ​ເສມສຳລານ​ຍິ່ງ​ຍືນນານ, ປະ​ຊາ​ຊົນ​ຍີ່​ປຸ່ນ ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ແລະ ວັດ​ທະ​ນາ​ຖາ​ວອນ​ຕະຫຼອດ​ໄປ.

                                           ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

           ບຸນ​ຍັງ ວໍ​ລະ​ຈິດ

ສົມ​ເດັດ ນາ​ຣຸ​ຮິ​ໂຕະ

​ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ​ນະຄອນຫຼວງໂຕ​ກຽວ.

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484168
ມື້ນີ້145
ມື້ວານ147
ອາທິດນີ້606
ເດືອນນີ້3473