ນະຄອນຫຼວງວຽງຈັນ, ວັນທີ 17 ພຶດສະພາ 2019
ສານສະແດງຄວາມເສົ້າສະຫຼົດໃຈ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມໂສກເສົ້າເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການເສຍຊີວິດຂອງ ພະນະທ່ານ ບ໋ອບ ຮອກ, ອາດີດນາຍົກລັດຖະມົນຕີ ຂອງ ອົດສະຕຣາລີ ໃນວັນທີ 16 ພຶດສະພາ 2019 ທີ່ຜ່ານມາ.
ໃນນາມລັດຖະບານ ແລະ ປະຊາຊົນ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງຊຸດຊຶ້ງ ແລະ ຂໍແບ່ງເບົາຄວາມໂສກເສົ້າ ມາຍັງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ກໍຄືຄອບຄົວ ແລະ ຍາດຕິພີ່ນ້ອງຂອງ ພະນະທ່ານ ບ໋ອບ ຮອກ ຕໍ່ການສູນເສຍໃນຄັ້ງນີ້.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ສະກ໊ອດ ໂມຣີຊັນ
ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ
ທີ່ ແຄນເບີຣາ