ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍຈາກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ທີ່ໄດ້ຮັບເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

       ນະຄອນຫຼວງວຽງຈັນ, ວັນທີ 06 ມິຖຸນາ 2019

ພະນະທ່ານ,

          ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງ ແລະ ໄດ້ຮັບການສະໜັບສະໜູນ ຈາກລັດຖະສະພາຢ່າງຖ້ວມລົ້ນ ເພື່ອໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍ ອັນອົບອຸ່ນ ແລະ ຈິງໃຈມາຍັງ ພະນະທ່ານ.

       ຂ້າພະເຈົ້າ ຍິນດີທີ່ຈະເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີດີຕໍ່ກັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມສົມບູນພູນສຸກ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ກໍຄື  ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນອາຊຽນ ແລະ ໃນໂລກ.

          ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງພະນະທ່ານ.

          ຂໍສະແດງຄວາມນັບຖືຢ່າງສູງ,

                                                                            

                                                                               

  

ທອງລຸນ ສີສຸລິດ

                                                                      

ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480215
ມື້ນີ້45
ມື້ວານ157
ອາທິດນີ້613
ເດືອນນີ້6446