ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ

ນະຄອນຫຼວງວຽງຈັນ, ວັນທີ 12 ມິຖຸນາ 2019

 

       ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ຕາງຫນ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນ ແຫ່ງ ສະຫະພັນ ຣັດເຊຍ ເພື່ອນມິດທຸກຖ້ວນຫນ້າ.

ຂ້າພະເຈົ້າມີຄວາມເພິງພໍໃຈທີ່ເຫັນວ່າ ຕະຫຼອດໄລຍະຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າເຊື່ອຫມັ້ນວ່າ, ການພົວພັນຮ່ວມມືຢ່າງໃກ້ຊິດ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ກວ້າງຂວາງຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ. ­

ໃນໂອກາດອັນສະຫງ່າລາສີ, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງແລະປະສົບຜົນສຳເລັດທຸກປະການໃນຫນ້າທີ່ອັນສູງສົ່ງຂອງຕົນ.

ດ້ວຍຄວາມນັບຖືຢ່າງສູງ,

ບຸນຍັງ ວໍລະຈິດ

ພະນະທ່ານ ວາລາດີເມຍ ປູຕິນ

ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ

ທີ່ນະຄອນຫຼວງມົດສະກູ


 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສະຫະພັນ  ຣັດເຊຍ ທຸກຖ້ວນຫນ້າ.

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນກັບ ສະຫະພັນ ຣັດເຊຍ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງແຮງກ້າ ວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືອັນດີທີ່ມີມາແຕ່ຍາວນານ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ມີຫມາກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.

 

ເນື່ອງໃນໂອກາດທີ່ມີຄວາມຫມາຍສຳຄັນນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນຫນ້າທີ່ອັນສູງສົ່ງຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

 

ພະນະທ່ານ ດີມີຕຼີ ເມດເວດເດບ

 

ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ

 

ທີ່ນະຄອນຫຼວງມົດສະກູ


 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດແຫ່ງ ສະຫະພັນ ຣັດເຊຍ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍໃຈຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ພ້ອມດ້ວຍພະນັກງານຂອງກະຊວງການຕ່າງປະເທດຂອງທ່ານ ທຸກຖ້ວນໜ້າ.

 

ຂ້າພະເຈົ້າ ຂໍຢືນຢັນຕື່ມອີກຄວາມຕັດສິນໃຈຢ່າງແຮງກ້າຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການສືບຕໍ່ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ກັບ ສະຫະພັນຣັດເຊຍ ແລະ ເຊື່ອຫມັ້ນວ່າ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ, ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແຫນ້ນ ແລະ ເສີມຂະຫຍາຍ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ, ອັນເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງການພົວພັນຮ່ວມມືສອງຝ່າຍກໍ່ຄື ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຢືນຍົງໃນລະດັບພາກພື້ນ ແລະ ສາກົນ.

 

ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນຈົບງາມທຸກປະການໃນໜ້າທີ່ອັນສຸງສົ່ງຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,

 

ສະເຫຼີມໄຊ ກົມມະສິດ

 

ພະນະທ່ານ ເຊຣເກຣ ລາວາຣົບ,

 

ລັດຖະມົນຕີກະຊວງການຕ່າງປະເທດ

 

ແຫ່ງສະຫະພັນ ຣັດເຊຍ

 

ທີ່ ນະຄອນຫຼວງມົດສະກູ

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480204
ມື້ນີ້34
ມື້ວານ157
ອາທິດນີ້602
ເດືອນນີ້6435