ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

ນະ​ຄອນ​ຫຼວງວຽງ​ຈັນ, 07 ມິຖຸນາ 2019

ສົມ​ເດັດ ພ​ະ​ຣາ​ຊິ​ນີ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ​ອັງ​ກິດ ແລະ ອຽກ​ລັງ​ເໜືອ, ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄຳອວຍພອນອັນປະເສີດມາຍັງສົມ​ເດັດ ພ​ະ​ຣາ​ຊິ​ນີ ຈົ່ງມີພາລະນາໄມສົມບູນ ແລະ ປະຊາຊົນ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ​ທຸກຖ້ວນໜ້າ ຈົ່ງມີ​​ແຕ່ຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດກາລະນານ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມື ລະ​ຫວ່າງ ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງ​ເໜືອ ຈະ​ສືບ​ຕໍ່​ໄດ້​ຮັບ​ການຮັດແໜ້ນແລະ​ເສີມ​ຂະ​ຫຍາຍ​ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

                            ດ້ວຍຄວາມນັບຖືຢ່າງສູງ,

         ບຸນ​ຍັງ ວໍ​ລະ​ຈິດ

ສົມ​ເດັດ ພ​ະ​ຣາ​ຊິ​ນີ ເອ​ລີ​ຊາ​ເບດ ທີ II

ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ

​ທີ່ ລອນດອນ


ພະ​ນະ​ທ່ານ,

          ເນື່ອງໃນໂອກາດວັນຊາດ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງ​ເໜືອ, ໃນນາມລັດຖະ ບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ​ພະ​ນະ​ທ່ານ ແລະ ພະ​ນັກ​ງານ​ທຸກ​ຄົນ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈົ່ງມີສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ພາລະນາໄມສົມບູນ.

ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື​ອັນ​ຍາວ​ນານ​ທີ່​ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງເໜືອ ຈະສືບຕໍ່ໄດ້ຮັບການ​ຮັດ​ແໜ້ນ ແລະ ເລິກ​ເຊິ່ງຍິ່ງໆ​ຂຶ້ນ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ເພື່ອຜົນປະໂຫຍດ ຮ່ວມກັນຂອງສອງປະເທດພວກເຮົາ, ​ກໍ​ຄື​ເພື່ອສັນຕິພາບ, ສະຖຽນນະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ​ຂອງ​ພວກ​ເຮົາ ແລະ ​ໃນທົ່ວ​ໂລກ.

   ດ້ວຍຄວາມນັບຖືຢ່າງສູງ,

 

ສະ​ເຫຼີ​ມ​ໄຊ​ ກົມ​ມະ​ສິດ

 

ທ່ານ ເຈ​ລະ​ມີ ຮັນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ

ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ

​ທີ່ ລອນດອນ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005