ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ

ນະ​ຄອນ​ຫຼວງວຽງ​ຈັນ, 18 ມິ​ຖຸ​ນາ 2019

​ສົມ​ເດັດ,

ເນື່ອງໃນໂອກາດວັນຊາດແຫ່ງຣາຊະອານາຈັກລຸກຊຳບວກ, ໃນນາມປະຊາຊົນລາວທັງ​ຊາດແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງສົມ​ເດັດຈົ່ງມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ພະລານາໄມສົມບູນ ແລະ ປະຊາຊົນລຸກຊຳບວກ​ທຸກຖ້ວນໜ້າ ຈົ່ງມີ​​ແຕ່ຄວາມຜາສຸກແລະຈະເລີນຮຸ່ງເຮືອງວັດ​ທະ​ນາ​ຖາ​ວອນ​ຕະ​ຫຼອດກາ​ລະ​ນານ.

ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມື ລະ​ຫວ່າງ ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ຣາຊະອານາຈັກລຸກຊຳບວກຈະ​ສືບ​ຕໍ່​ໄດ້​ຮັບ​ການຮັດແໜ້ນແລະ​ເສີມ​ຂະ​ຫຍາຍ​ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

                            ດ້ວຍຄວາມນັບຖືຢ່າງສູງ,

                 ບຸນຍັງ ວໍລະຈິດ

ສົມ​ເດັດ ແກ​ຣນ ດຸກ ເຮັນ​ຣີ

ແຫ່ງ ຣາຊະອານາຈັກລຸກຊຳບວກ

​ທີ່ ລຸກຊຳບວກ


ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ​ ແຫ່ງຣາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ, ​ໃນ​ນາມ​ລັດຖະບານ ແລະ ປະ​ຊາ​ຊົນແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ​ກໍ​ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍ​ສະ​ແດງ​ຄວາມ​ຊົມເຊີຍ​ຢ່າ​ງຈິງ​ໃຈແລະພອນໄຊອັນປະເສີດມາຍັງພະ​​ນະ​ທ່ານ ​ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ລຸກ​ຊຳ​ບວກ ​​ເພື່ອນ​ມິດທຸກຖ້ວນໜ້າ.

ຂ້າພະເຈົ້າເຊື່ອໝັ້ນວ່າ ບົນ​ພຶ້ນ​ຖານສາຍພົວພັນມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ​ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງ ສອງ​ລັດ ກໍ່​ຄື ປະຊາຊົນສອງຊາດ​ຂອງພວກເຮົາ ຈະ​ໄດ້​ຮັບ​ການ​ສືບ​ຕໍ່​ຮັດ​ແໜ້ນ ແລະ ເສີມ​ຂະ​ຫຍາຍ​ໃຫ້​ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໜ້າ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ຊາດກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າ​ພະ​ເຈົ້າ​ຂໍ​ຖື​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີນີ້ ອວຍ​ພອນ​ໃຫ້​ພະ​ນະ​ທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວ​າມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ​ຂອງ​ພະ​ນະ​ທ່ານ ແລະ ຂໍ​ໃຫ້​ປະ​ເທດ ແລະ ປະ​ຊາ​ຊົນ ລຸກ​ຊຳ​ບວກ ສືບ​ຕໍ່​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າເກົ່າ ແລະ ມີ​ຄວາ​ມ​ຈະ​ເຈີນ​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ.

 

                                                                                    ດ້ວຍຄວາມນັບຖືຢ່າງສູງ,

 

                               ທອງລຸນ ສີສຸລິດ

 

                                                  

 

 

 

ພະນະທ່ານຊາວີແອ ແບດເຕີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ຣາຊະອານາຈັກລຸກຊຳບວກ

ທີ່ ລຸກຊຳບວກ


ພະ​ນະ​ທ່ານ,

         ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກລຸກຊຳບວກ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ​ພະ​ນະ​ທ່ານ ແລະ ພະ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທຸກ​ຖ້ວນ​ໜ້າ ຈົ່ງມີສຸ​ຂະ​ພາບ​ເຂັ້ມ​ແຂງ, ພາລະນາໄມສົມບູນ ແລະ ປະ​ສົບ​ຜົນ​ສຳ​ເລັດ​ທຸກ​ປະ​ການ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ.

ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ ສາຍພົວພັນມິດຕະພາບ ແລະ ການຮ່ວມມື​ທີ່​ດີທີ່ມີ​ມາ​ແຕ່ຍາວ​ນານ​ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກລຸກຊຳ​ບວກ, ໂດຍ​ສະ​ເພາະ ລະ​ຫວ່າງສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ພວກ​ເຮົາ ຈະສືບຕໍ່ໄດ້ຮັບການ​ຮັດ​ແໜ້ນ ແລະ ​ເສີມ​ຂະ​ຫຍາຍຍິ່ງໆ​ຂຶ້ນ, ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ, ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດພວກເຮົາ, ​ກໍ​ຄື​ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ​ຂອງ​ພວກ​ເຮົາ ແລະ ​ໃນທົ່ວ​ໂລກ.

 

       ດ້ວຍຄວາມນັບຖືຢ່າງສູງ,

 

                 ສະເຫຼີມໄຊ ກົມມະສິດ

 

ທ່ານ ຊອນ ອັສ​ແຊນ​ລ໌ບອນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ວຽກ​ງານ​ເອີ​ຣົບ

ແຫ່ງ ຣາຊະອານາຈັກລຸກຊຳບວກ

ທີ່ ລຸກຊຳບວກ

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485684
ມື້ນີ້189
ມື້ວານ196
ອາທິດນີ້720
ເດືອນນີ້4989