ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ເນື່ອງໃນໂອກາດຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ - ສປປ ເກົາຫຼີ

ນະຄອນຫຼວງວຽງຈັນ, ວັນທີ    ມີຖຸນາ 2019

ສະຫາຍ ທີ່ຮັກແພງ,

ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 45 ປີ, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ສປປ ເກົາຫຼີ ທຸກຖວ້ນໜ້າ.

ຂ້າພະເຈົ້າມີຄວາມປິຕິຍິນດີຢ່າງຍິ່ງທີ່ ເຫັນວ່າ ຕະຫຼອດໄລຍະ 45 ປີຜ່ານມາ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ ທີ່ສ້າງຂື້ນໂດຍ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນຳທີ່ຍິ່ງໃຫ່ຍຂອງປະຊາຊົນເກົາຫຼີ ແລະ ໄດ້ຮັບການເສີມຂະຫຍາຍ ໂດຍບັນດາອະດີດຜູ້ນຳສູງສຸດຂອງສອງປະເທດ ເຊິ່ງປັດຈຸບັນກໍໄດ້ສືບທອດໂດຍ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ກິມ ເຈິງ ອຸນ, ຜູ້ນຳ ສູງສຸດ ແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດພວກເຮົານັບມື້ ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ, ເຊິ່ງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາ ຊົນສອງຊາດພວກເຮົາ. ສະເພາະ ສອງກະຊວງການຕ່າງ ປະເທດພວກເຮົາກໍ່ໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຢ່າງຕໍ່ເນ່ືອງ.

ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ຶອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ກໍ່ຄືລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ຈະໄດ້ຮັບການພັດທະນາຢ່າງລຽນຕິດ.

                                                                         ລັດຖະມົນຕີ              

              

                                                                    ສະເຫຼີມໄຊ ກົມມະສິດ

ສະຫາຍ ລີ ຢອງ ໂຮ,

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ທີ່: ນະຄອນຫຼວງພຽງຢາງ.


 

ນະຄອນຫຼວງວຽງຈັນ

 

ສະຫາຍ ສະເຫຼີມໄຊ ກົມມະສິດ,

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ເນື່ອງໃນໂອກາດຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ລັດຖະບານເພື່ອນມິດພວກສະຫາຍ ແລະ ປະຊາຊົນລາວ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ວ່າໃນໄລຍະ 45 ປີ ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ຊຶ່ງບັນດາຜູ້ນຳໃນເມື່ອກ່ອນສ້າງຕັ້ງຂື້ນໄດ້ຮັບການເສີມຂະຫຍາຍຕົວຢ່າງບໍ່ມີການປ່ຽນແປງ ໃນທ່າມກາງສະພາບການພົວພັນສາກົນທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ.

ການທີ່ສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມ ແລະ ການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດທີ່ມີມູນເຊື້ອ ແລະ ປະຫວັດສາດອັນຍາວນານໄປສູ່ລະດັບສູງອັນໃໝ່ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝໃໝ່ ແມ່ນຈຸດຢືນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານສາທາລະນະລັດເຮົາ.

ຂ້າພະເຈົ້າເຊື່ຶອມັ້ນວ່າການຮ່ວມມືຊື່ງກັນ ແລະ ກັນຢ່າງໃກ້ສິດ ລະຫວ່າງ ສອງກະຊວງການຕ່າງປະເທດຈະປະກອບສ່ວນເຂົ້າໃນການຊຸກຍູ້ກວ່າເກົ່າໃຫ້ພັດທະນາສາຍພົວພັນ ລະຫວ່າງ ສອງປະເທດ ແລະ ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນສຳເລັດອັນໃຫ່ຍຫຼວງກວ່າເກົ່າໃນໜ້າທີ່ວຽກງານຮັບຜິດຊອບເພື່ອພັດທະນາສາຍພົວພັນການຕ່າງ ປະເທດຂອງປະເທດຊາດ.

 

ຣີ ຢອງ ໂຮ

 

ລັດຖະມົນຕີ ກະຊວງການຕ່າງປະເທດ

 

ແຫ່ງ ສາທາລະນະລຫດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 

ວັນທີ 24 ມີຖຸນາ, ປີ ຈຸດເຊ 108(2019)

 

ນະຄອນຫຼວງພຽງຢາງ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484528
ມື້ນີ້44
ມື້ວານ188
ອາທິດນີ້966
ເດືອນນີ້3833