ໂທລະເລກສະແດງຄວາມເສົ້າສະຫລົດໃຈ
ພະນະທ່ານ ວາລາດີເມຍ ປູຕິນ,
ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ
ທີ່ ນະຄອນຫຼວງ ມົດສະກູ
ພະນະທ່ານ ທີ່ນັບຖື,
ຂ້າພະເຈົ້າ ໄດ້ຊາບຂ່າວດ້ວຍຄວາມເສົ້າໂສກເປັນຢ່າງຍິ່ງ ກ່ຽວກັບເຫດການອຸທົກກະໄພນໍ້າຖ້ວມ ຢູ່ ເຂດອີຣກຸສ, ສ. ຣັດເຊຍ ໃນທ້າຍເດືອນມິຖຸນາ 2019, ເຊິ່ງເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນ ຈໍານວນຫຼວງຫຼາຍ.
ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເສຍໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງບັນດາຍາດຕິພີ່ນ້ອງຂອງຜູ້ທີ່ເສຍຊີວິດ ແລະຫວັງຢ່າງຍິ່ງວ່າປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ຈະໄດ້ຮັບການຟື້ນຟູຊີວິດການເປັນຢູ່ ແລະ ກັບຄືນສູ່ສະພາບປົກກະຕິ ໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
------------------------------------------------------------------------------------------------
ພະນະທ່ານ ເດີມິຕຣີ ເມດເວເດັບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ
ທີ່ ນະຄອນຫຼວງ ມົດສະກູ
ພະນະທ່ານ ທີ່ນັບຖື,
ຂ້າພະເຈົ້າ ໄດ້ຊາບຂ່າວດ້ວຍຄວາມເສົ້າໂສກເປັນຢ່າງຍິ່ງ ກ່ຽວກັບເຫດການໄຟໄໝ້ ສະຖານີເຮືອດໍານໍ້າ AS-31“Losharik” ໃນວັນທີ 01 ກໍລະກົດ 2019, ເຊິ່ງເຮັດໃຫ້ມີການສູນເສຍຊີວິດ ຈໍານວນຫຼວງຫຼາຍ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເສຍໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ, ໂດຍຜ່ານພະນະທ່ານ ໄປຍັງ ລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ແລະ ບັນດາຍາດຕິພີ່ນ້ອງຂອງຜູ້ທີ່ເສຍຊີວິດ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ