ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ການເສຍຊີວິດຂອງ ສະຫາຍ ຫຼີ ເຜີງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ບັນດາສະຫາຍ ທີ່ຮັກແພງ,

 

          ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະ ບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ສະຫາຍ ຫຼີ ເຜີງ, ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ເລຂາຄະນະເລຂາສູນກາງພັກກອມມູນິດຈີນ ສະໄໝ ທີ XII, ອະດີດຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ສະໄໝ ທີ XIII, XIV, XV; ອະດີດນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ອະດີດປະທານສະພາປະຊາຊົນຜູ້ແທນທົ່ວປະເທດຈີນ ສະໄໝ ທີ IX.

          ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນອັນລໍ້າຄ່າຕໍ່ການເຄື່ອນໄຫວປະຕິວັດ ຂອງ ສະຫາຍ ຫຼີ ເຜີງ ໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດເປັນເວລາຫຼາຍກວ່າ 60 ປີ ສະຫາຍ ເປັນຜູ້ທີ່ມີການປະກອບສ່ວນໃຫຍ່ຫຼວງໃຫ້ແກ່ພາລະກິດປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງ ສປ ຈີນ, ເປັນຜູ້ໜຶ່ງທີ່ມີຄວາມສຳຄັນໃນການວາງພື້ນຖານອັນໜັກແໜ້ນໃຫ້ແກ່ເສດຖະກິດຕະຫຼາດຕາມກົນໄກເສດຖະກິດຂອງຈີນ ແລະ ການປັບປຸງກົງຈັກບໍລິຫານງານຂອງລັດ. ສະຫາຍ ຫຼີ ເຜີງ ຍັງເປັນບຸກຄົນທີ່ສຳຄັນໃນການຊີີ້ນຳນຳພາເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຕະຫຼອດມາ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຕະຫຼອດໄລຍະທີ່ຜ່ານມາ ອັນໄດ້ເຮັດໃຫ້ ສາຍພົວພັນຂອງ ສອງປະເທດລາວ-ຈີນ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ກາຍເປັນຄູ່ຮ່ວມຊາຕາກຳລາວ-ຈີນ ໃນທຸກມື້ນີ້.

          ການຈາກໄປຂອງ ສະຫາຍ ຫຼີ ເຜີງ ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກ ຂອງ ພັກ, ລັດ ແລະ ປະຊາຊົນຈີນ ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ ສະໜິດສະໜົມ ແລະ ໃກ້ຊິດ ຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

          ໃນຊ່ວງເວລາອັນໂສກເສົ້ານີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍແບ່ງເບົາຄວາມທຸກໂສກ ແລະ ສົ່ງຄວາມໄວ້ອາໄລຢ່າງສຸດຊື້ງ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍ ປະຊາຊົນຈີນ ອ້າຍນ້ອງ ໂດຍສະເພາະ ຕໍ່ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງສະຫາຍ ຫຼີ ເຜີງ ມານະໂອກາດນີ້ດ້ວຍ.

  ນະຄອນຫຼວງວຽງຈັນ, ວັນທີ 24 ກໍລະກົດ 2019

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480388
ມື້ນີ້46
ມື້ວານ172
ອາທິດນີ້786
ເດືອນນີ້6619