ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍວັນປະກາດເອກະລາດ ແຫ່ງ ສາທະລະນະລັດ ອິນໂດເນເຊຍ ຄົບຮອບ 74 ປີ

ນະຄອນຫຼວງວຽງຈັນ, ວັນທີ     01     ສິງຫາ 2019

ພະນະທ່ານ,

ເນື່ອງໃນໂອກາດວັນປະກາດເອກະລາດຂອງສາທາລະນະລັດອິນໂດເນເຊຍ ຄົບຮອບ 74 ປີ, ​ໃນນາມປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານແລະປະຊາຊົນ ອິນໂດເນເຊຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດ ຂອງການນຳຂັ້ນສູງ ຂອງສອງປະເທດພວກເຮົາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນໃຫ້ເຂົ້າສູ່ລ່ວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດລາວແລະ ອິນໂດເນເຊຍ ກໍຄືເພື່ອສັນຕິພາບ,ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນ​​ໄຊໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານແລະຂໍ​​ໃຫ້ປະຊາຊົນອິນໂດເນເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ຍິ່ງໆຂຶ້ນ.

          ດ້ວຍຄວາມ​ເຄົາລົບ ​ແລະ ນັບຖືເປັນຢ່າງສູງ,

                                                                                            

       ບຸນຍັງ ວໍລະຈິດ

ພະນະທ່ານ ໂຈໂກ ວີໂດໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ນະຄອນຫລວງຈາກາຕາ


ພະນະທ່ານ,

          ເນື່ອງໃນໂອກາດວັນປະກາດເອກະລາດ ຂອງສາທາລະນະລັດອິນໂດເນເຊຍ ຄົບຮອບ 74 ປີ, ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈແລະພອນໄຊອັນປະເສີດມາຍັງພະນະທ່ານແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມລະຫວ່າງສອງປະເທດ​​ພວກເຮົາ ທີ່ໄດ້ຮັບການພັດທະນາ ແລະ ເອົາໃຈໃສ່ສົ່ງເສີມ ໃຫ້ຂະຫຍາຍຕົວໃນຫຼາຍໆດ້ານ ຕະຫຼອດໄລຍະເວລາຫຼາຍກວ່າ 6 ທົດສະວັດ ທີ່ຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວນີ້ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້, ອວຍພອນໄຊໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ​ ​ແລະປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງພະນະທ່ານ ແລະ ຂໍໃຫ້ອິນໂດເນເຊຍ ສືບຕໍ່ໄດ້ຮັບຜົນສຳເລັດໃນການພັດທະນາປະເທດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຮຸ່ງເຮືອງຍິ່ງໆຂຶ້ນ.

 

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,                                              

 

                                                                                 

 

ທອງລຸນ ສີສຸລິດ

 

ພະນະທ່ານ ໂຈໂກ ວີໂດໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ນະຄອນຫລວງຈາກາຕາ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485775
ມື້ນີ້74
ມື້ວານ206
ອາທິດນີ້811
ເດືອນນີ້5080