ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຂອງ ສະຫາຍປະທານ ສີ ຈິ້ນຜິງ ເຖິງ ສະຫາຍປະທານ ບຸນຍັງ ວໍລະຈິດ

ໃນວັນທີ 21 ສິງຫາ 2019 ຜ່ານມາ, ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ສົ່ງສານທາງວາຈາ ເຖິງ ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ກ່ຽວກັບ ການສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການລົດໂດຍສານຂົນສົ່ງນັກທ່ອງທ່ຽວຈີນ ເສຍຫຼັກຕົກເຫວ ຢູ່ລາວ ອັນໄດ້ເຮັດໃຫ້ນັກທ່ອງທ່ຽວຊາວຈີນຫຼາຍສິບຄົນເສຍຊີວິດ ແລະ ບາດເຈັບ. ປະທານ ສີ ຈິ້ນຜິງ ໄດ້ກ່າວວ່າ: ຂ້າພະເຈົ້າໄດ້ຮັບການສະແດງຄວາມເຫັນໃຈ ຕໍ່ເຫດການທີ່ເກີດຂື້ນ ແລະ ພ້ອມນັ້ນກໍ່ໄດ້ຊາບວ່າຝ່າຍລາວໄດ້ລະດົມກໍາລັງ ຈາກທຸກພາກສ່ວນ ໂດຍສະເພາະກອງກໍາລັງທະຫານ ແລະ ປະຊາຊົນເຂົ້າຊ່ວຍເຫຼືອກູ້ໄພຢ່າງເລັ່ງດ່ວນ. ການທີ່ສະຫາຍເລຂາທິການໃຫຍ່ ສົ່ງສານໄປຍັງຂ້າພະເຈົ້ານັ້ນ, ເປັນການສະແດງເຖິງຄວາມສຳຄັນຢ່າງຍິ່ງ ຕໍ່ສາຍພົວພັນລະຫວ່າງສອງປະເທດ ຈີນ-ລາວ ກໍ່ຄື ຄວາມເອົາໃຈໃສ່ຢ່າງສູງ ຂອງສະຫາຍເລຂາທິການໃຫຍ່ ແລະ ທຸກພາກສ່ວນກ່ຽວຂ້ອງຂອງຝ່າຍລາວຕໍ່ການກູ້ໄພ. ຂ້າພະ ເຈົ້າໄດ້ຊີ້ນໍາອົງການກ່ຽວຂ້ອງຂອງຈີນ ແລະ ໜ່ວຍປິ່ນປົວຂອງທະຫານປົດປ່ອຍປະຊາຊົນຈີນ ທີ່ກໍາລັງຝຶກຊ້ອມຂະບວນລົດໄຟສັນຕິພາບ-2019 ຢູ່ລາວ ເຂົ້າຮ່ວມໃນການກູ້ໄພ. ຫວັງວ່າທຸກພາກສ່ວນຂອງພາກລັດ ແລະ ກອງກໍາລັງທະຫານ ຈະສືບຕໍ່ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອເຮັດໃຫ້ການປິ່ນປົວຜູ້ທີ່ໄດ້ຮັບບາດເຈັບ ແລະ ຊ່ວຍ ເຫຼືອຜູ້ໄດ້ຮັບເຄາະຮ້າຍດັ່ງກ່າວດໍາເນີນໄປໂດຍດີ.

 

ການຮັບໃຊ້ປະຊາຊົນແມ່ນຄວາມມຸ້ງມາດປາດຖະໜາຂອງສອງພັກ-ລັດ ລາວ-ຈີນ. ການທີ່ທັງສອງຝ່າຍໄດ້ຮ່ວມກັນກູ້ໄພ ແລະ ແກ້ໄຂຜົນກະທົບຂອງອຸບັດຕິເຫດຄັ້ງນີ້ ໄດ້ສະແດງເຖິງຄວາມມີນໍ້າໃຈຮ່ວມທຸກຮ່ວມສຸກ ລະຫວ່າງ ຈີນ ແລະ ລາວ ຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອມິດທິີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ຂ້າພະເຈົ້າຍິນດີ ແລະ ພ້ອມຈະຮ່ວມມືກັບສະຫາຍ ເລຂາທິການໃຫຍ່ ເພື່ອສຶກສາເພີ່ມທະວີສາຍພົວພັນ ລະຫວ່າງ ສອງພັກ ສອງລັດ ຈີນ-ລາວ ໃຫ້ກ້າວເຂົ້າສູ່ລ່ວງເລິກ ແລະ ສ້າງຄູ່ຮ່ວມສະຕາກໍາຮ່ວມກັນ ໃຫ້ປະກົດຜົນເປັນຈິງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485315
ມື້ນີ້16
ມື້ວານ227
ອາທິດນີ້351
ເດືອນນີ້4620