ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດວັນຟີແລັກ ຄົບຮອບ 20 ປີ

-                          -  ຮຽນບັນດາທ່ານ ຜູ້ນຳ ພັກ-ລັດ ທີ່ ເຄົາລົບນັບຖື,

-               - ບັນດາເພື່ອນມິດສະຫາຍ ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ີ ຮັກແພງທັງຫລາຍ,

 

ເນື່ອງໃນໂອກາດວັນ ຟີແລັກ ຄົບຮອບ 20 ປີ (ວັນທີ 1 ກັນຍາ 1999 1 ກັນຍາ 2019), ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ສົ່ງພອນອັນປະເສີດ ມາຍັງ ບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານຕຳຫລວດ ແລະ ຕະຫລອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕາງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ ແລະ ເວົ້າສະເພາະ ການປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານ ເວທີປຶກສາຫາລື ຂອບການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຫລື ຟີແລັກ (Forum for East Asia and Latin America Cooperation-FEALAC) ຕະຫລອດໄລຍະ 20 ປີ ຜ່ານມາ.

ຂອບການຮ່ວມມື ຟີແລັກ ເປັນການຮ່ວມມື ລະຫວ່າງ ສອງພາກພື້ນ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຊຶ່ງປະກອບດ້ວຍ 36 ປະເທດ ຄື : ເບື້ອງອາຊີຕາເວັນອອກ ມີ 16 ປະເທດ (10 ປະເທດອາຊຽນ, ອົດສະຕາລີ, ສປ.ຈີນ, ຢີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ ແລະ ມົງໂກລີ), ສ່ວນ ເບື້ອງ ອາເມລິກາລາຕິນ ມີ 20 ປະເທດ (ອາກຊັງຕິນ, ໂບລີວີ, ບຣາຊິນ, ຊີເລ, ໂກໂລມບີ, ໂກສະຕາຣິກາ, ກູບາ, ໂດມິນິກັນ, ເອກວາດໍ, ແອນຊານວາດໍ, ກົວເຕມາລາ, ຮົງດູຣັດ (Honduras), ເມັກຊິກ, ນິກາຣາກວາ, ປານາມາ, ປຣາກວາຍ, ເປຣູ, ຊູຣິນາມ, ອູຣູກວາຍ ແລະ ເວເນຊູເອລາ).

ຂອບການຮ່ວມມືດັ່ງກ່າວ ແມ່ນເວທີປຶກສາຫາລືທາງດ້ານການເມືອງ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ສ້າງຄວາມໄວ້ເນື້ອເຊື້ອໃຈ ແລະ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ລະຫວ່າງ ສອງພາກພື້ນ ທັງນີ້ກໍເພື່ອເປັນຂົວຕໍ່ໃຫ້ປະຊາຊົນ ໄດ້ຫຍັບເຂົ້າໃກ້ກັນ ແລະ ມີການແລກປ່ຽນໄປມາ-ຫາສູ່ກັນຫລາຍຂຶ້ນ ແນ່ໃສ່ນຳເອົາຜົນປະໂຫຍດທີ່ເປັນຮູບປະທຳມາສູ່ປະຊາຊົນ ກໍຄື ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງພາກພື້ນ. ​

          ສປປ ລາວ ໄດ້ເຂົ້າເປັນພາຄີ ຂອງເວທີປຶກສາຫາລືນີ້ ແຕ່ປີ 1999 ເປັນຕົ້ນມາ ແລະ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວ ໃນຂະບວນການຮ່ວມມືດັ່ງກ່າວຕະຫຼອດມາ, ໂດຍແມ່ນກະຊວງການຕ່າງປະເທດ ເປັນຈຸດປະສານງານລວມ ແລະ ປະກອບດ້ວຍຂະແໜງການທີ່ກ່ຽວຂ້ອງ. ອັນພົ້ນເດັ່ນແມ່ນ ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດ ຟີແລັກ ຄັ້ງທີ 8 ທີ່ຈັດຂຶ້ນໃນປີ 2017 ທີ່ ປູຊານ, ສ.ເກົາຫລີ, ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ຟີແລັກ ສຳລັບ ພາກພື້ນ ອາຊີຕາເວັນອອກ ໃນໄລຍະ 2017-2019, ໃນນັ້ນ, ໃນນາມປະເທດປະສານ ໄດ້ເປັນເຈົ້້າພາບຈັດກອງປະຊຸມເຈົ້້າໜ້າທີ່ອາວຸໂສ ຟີແລັກ ຄັ້ງທີ 19 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນເດືອນ ພະຈິກ 2018 ທີ່ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບຜົນສຳເລັດຢ່າງຈົບງາມ, ຊຶ່ງກອງປະຊຸມຄັ້ງນີ້ ໄດ້ຄັດເລືອກປະເທດ ສາທາລະນະລັດ ໂດມິນີກັນ ເປັນປະເທດປະສານງານ ສຳລັບ ພາກພື້ນ ອາເມລິກາລາຕິນ ຕໍ່ຈາກປະເທດ ກົວເຕມາລາ ແລະ ໄດ້ຕົກລົງເຫັນດີເປັນເອກະພາບກຳນົດເອົາວັນທີ 01 ກັນຍາ ຂອງທຸກປີ ເປັນວັນ ຟີແລັກ (FEALAC Day).

          ຕະຫລອດໄລຍະ 20 ປີ ຂອງການເປັນສະມາຊິກຂອງຂອບການຮ່ວມມື ຟີແລັກ ນັບວ່າເປັນໂອກາດອັນສຳຄັນໜຶ່ງ ທີ່ສະແດງໃຫ້ເຫັນເຖິງບົດບາດຂອງ ສປປ ລາວ ໃນເວທີການຮ່ວມມືສາກົນສູງເດັ່ນຂຶ້ນ, ເຊິ່ງພວກເຮົາຈະຕ້ອງໄດ້ສືບຕໍ່ນຳໃຊ້ກາລະໂອກາດດັ່ງກ່າວ ເພື່ອຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີ, ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ເພີ່ມທະວີ ແລະ ສົ່ງເສີມການຮ່ວມມືຮອບດ້ານ ທັງທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ກັບ ບັນດາປະເທດສະມາຊິກ ຟີແລັກ ໃນສອງພາກພື້ນ ລວມໄປເຖິງຂົນຂວາຍເອົາການຊ່ວຍເຫລືອດ້ານວິຊາການ ແລະ ດຶງດູດການລົງທຶນ ເຂົ້າໃນຂະແໜງບູລິມະສິດຂອງ ລາວເຮົາ, ໃນນີ້, ສປປ ລາວ ໄດ້ສົ່ງບຸກຄະລາກອນຈຳນວນໜຶ່ງເພື່ອເຂົ້າຮ່ວມຝຶກອົບຮົມພາສາແອັດສະປາຍໂຍນ ທີ່ ປະເທດ ໂກລົມບີ ໃນໂຄງການຂອງ ຟີແລັກ.

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫລາຍ,

          ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບ ບັນດາປະເທດສະມາຊິກອື່ນໆ ຂອງ ຟີແລັກ ໃນການເຂົ້າຮ່ວມບັນດາກອງປະຊຸມລະດັບຕ່າງໆ ແລະ ບັນດາກິດຈະກຳທີ່ ສຳຄັນ ຂອງ ຟີແລັກ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ແລະ ປະຕິບັດຕາມພັນທະຂອງຕົນ ທັງນີ້ກໍເພື່ອເປັນການສະແດງໃຫ້ເຫັນມິດຕະພາບ ແລະ ການຮ່ວມມືທີ່ສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ໃນການຊຸກຍູ້ໃຫ້ຂອບການຮ່ວມມື ລະຫວ່າງ ສອງພາກພື້ນນີ້ໄດ້ມີບາດກ້າວຂະຫຍາຍຕົວຢ່າງກວ້າງຂວາງ ແລະ ປະກອບສ່ວນເຂົ້າໃນການສືບຕໍ່ຮັກສາສັນຕິພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນແລະກັນ ເພື່ອເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງພາກພື້ນມີການເຕີບໂຕຢ່າງບໍ່ຢຸດຢັ້ງ.

          ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງບັນດາ ການນຳ ພັກ-ລັດ, ພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.

ຂໍຂອບໃຈ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480245
ມື້ນີ້75
ມື້ວານ157
ອາທິດນີ້643
ເດືອນນີ້6476