ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບ ຮອບ 71 ປີ

ສະຫາຍ ກິມ ເຈິງ ອຸນ ທີ່ຮັກແພງ,

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບ ຮອບ 71 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ໃນນາມສ່ວນຕົວຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ, ສະຫນິດສະຫນົມທີ່ສຸດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖວ້ນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 71 ປີ ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ເດັດດ່ຽວໜ່ຽວແໜ້ນຂອງພັກແຮງງານເກົາຫຼີ ອັນມີປະທານ ກິມ ອິນ ຊຸງ ແລະ ປະທານ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫ່ຍຂອງ ສປປ ເກົາຫຼີ ໃນເມື່ອກ່ອນແລະ ມາໃນໄລຍະໃຫມ່ມີ ສະຫາຍ ເປັນຜູ້ສືບທອດພາລະກິດດັ່ງກ່າວ, ປະຊາຊົນ ສປປ ເກົາຫຼີ ໄດ້ປະສົບຜົນສຳເລັດ ແລະ ມີການພັດທະນາຢ່າງຮອບດ້ານເຊັ່ນ: ດ້ານການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ຊິວິດການເປັນຢູ່ຂອງປະຊາຊົນເກົາຫຼີ ໄດ້ຮັບການປັບປຸງ ແລະ ຍົກລະດັບນັບມື້ນັບດີຂື້ນເທື່ອລະກ້າວ, ຖານະບົດບາດຂອງ ສປປ ເກົາຫຼີ ໃນເວທີພາກພື້ນ ແລະ ສາກົນໄດ້ຮັບການຍົກຂື້ນເລື່ອຍໆ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສ່ຂອງພັກແຮງງານ ເກົາຫຼີ ປະຊາຊົນ ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບຜົນສຳເລັດໃນພາລະກິດພັດທະນາປະເທດຊາດຂອງຕົນໃຫ້ນັບມື້ເຂັ້ມແຂງໜັກແໜ້ນ ເພື່ອຈຸດໝາຍປາຍທາງສັງຄົມນິຍົມ, ປະຕິບັດບັນດາມະຕິຂອງກອງປະຊຸມໃຫ່ຍຄັ້ງທີ່ 7 ຂອງພັກ ຢ່າງມີໄຊ, ບັນລຸເປົ້າໝາຍໃນການທ້ອນໂຮມປະເທດຊາດຢ່າງສັນຕິວິທີ.

ຂ້າພະເຈົ້າມີຄວາມພາກພູມໃຈທີ່ເຫັນວ່າ ຕະຫຼອດໄລຍະ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ສປປ ລາວ ແລະ ສປປ ເກົາຫຼີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ເກົາຫຼີ, ທັງເປັນການປະກອບສວນອັນສຳຄັນເຂົ້າໃນພາລະກິດສັນຕິ ພາບ, ມິດຕະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງມີພະລານາໄມສົມ ບູນ, ປະສົບຜົນສຳເລັດອັນໃໝ່ທີ່ໃຫ່ຍຫຼວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ,

   ນະຄອນຫຼວງວຽງຈັນ, ວັນທີ 06ກັນຍາ 2019

       ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່

                                                       ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,

                                                ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ກິມ ເຈິງ ອຸນ, ປະທານພັກແຮງງານເກົາຫຼີ,

ປະທານຄະນະກໍາມາທິການກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ,

ຜູ້ບັນຊາການສູງສຸດຂອງກອງກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ

ທີ່ ນະຄອນຫຼວງພຽງຢາງ.


 

ສະຫາຍ ກິມ ແຈ ລົງ ທີ່ຮັກແພງ,

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 71 ປີ , ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 71 ປີ ພາຍໃຕ້ການນຳພາຂອງພັກແຮງງານເກົາຫຼີ ດ້ານເສດຖະກິດ-ສັງຄົມ ແລະ ດ້ານອ່ືນໆ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການຍົກລະດັບສູງຂື້ນເລື້ອຍໆ ເຖິງວ່າຈະມີອຸປະສັກນາໆປະການກໍຕາມ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດພວກຈະເຮົາໄດ້ຮັບການຮັດແໜ້ນ ແລະ ເພີ່ມທະວີ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນ ລາວ ແລະ ປະຊາຊົນ ສປປ ເກົາຫຼີ ເພື່ອເປັນການປະກອບສ່ວນເຂົ້າໃນພາລະກິດສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃໝ່      ໃຫ່ຍຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສັງຄົມນິຍົມ ສປປ ເກົາຫຼີ ໃຫ້ເຂັ້ມ ແຂງ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍຄວາມນັບຖືຢ່າງສູງ,

                                                                      ນະຄອນຫລວງວຽງຈັນ, ວັນທີ 06 ກັນຍາ 2019    

                                                                                        ທອງລຸນ ສີສຸລິດ,

                                                                                       ນາຍົກລັດຖະມົນຕີ

                                                                       ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ                                          

ສະຫາຍ ກິມ ແຈ ລົງ, ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ທີ່ ນະຄອນຫລວງພຽງຢາງ


ສະຫາຍ ຣີ ຢອງ ໂຮ ທີ່ຮັກແພງ,

               ເນື່ອງໃນໂອກາດການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ຄົບຮອບ 71 ປີ, ຕາງໜ້າຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະນຳ ແລະ ພະນັກ ງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

                 ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອສະໜິດແໜ້ນຖານສະຫາຍອ້າຍນ້ອງ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະຢ່າງຍິ່ງການພົວພັນຮ່ວມມືຢ່າງໃກ້ສິດ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ຈະໄດ້ຮັບການເພີ່ມທະວີຍິ່ງໆຂື້ນ ເພື່ອຜົນປະໂຫຍດລວມຂອງສອງປະເທດພວກເຮົາ ກໍ່ຄື ເພື່ອປະກອບສວ່ນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

               ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃຫ່ຍຫຼວງກວ່າເກົ່າໃນໜ້າທີ່ວຽກງານອັນສູງສົ່ງຂອງສະຫາຍ.

                 ດ້ວຍຄວາມນັບຖືຢ່າງສູງ.

                                                             ນະຄອນຫລວງວຽງຈັນ, ວັນທີ 06 ກັນຍາ 2018

                                                                            ສະເຫຼີມໄຊ ກົມມະສິດ

                                                                         ລັດຖະມົນຕີກະຊວງການຕ່າງປະເທດ

                                                                      ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

                

ສະຫາຍ ຣິ ຢອງ ໂຮ,

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ທີ່ ນະຄອນຫລວງພຽງຢາງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484728
ມື້ນີ້39
ມື້ວານ205
ອາທິດນີ້1166
ເດືອນນີ້4033