ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເຫັນໃຈ ຕໍ່ເຫດການນ້ຳຖ້ວມ ຢູ່ບາງແຂວງພາກກາງ ແລະ ພາກໃຕ້ຂອງລາວ

ຮຽນ: - ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ;

-  ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

-                      -  ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

 

ພວກຂ້າພະເຈົ້າ ສຸດທີ່ເປັນຫ່ວງ ເມື່ອໄດ້ຮັບຂ່າວຝົນຕົກໜັກແກ່ຍາວຫຼາຍມື້ ອັນໄດ້ເຮັດໃຫ້ນໍ້າຖ້ວມຢ່າງໜັກໜ່ວງ ແລະ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນ ຢູ່ບັນດາທ້ອງຖິ່ນໃນແຂວງພາກກາງ ແລະ ພາກໃຕ້ຂອງລາວ, ໃນນັ້ນມີ ແຂວງຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ເຊກອງ ແລະ ຈໍາປາສັກ.

 

ຕາງໜ້າໃຫ້ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄໍາຢື້ຢາມຖາມຂ່າວອັນຈິງໃຈ ແລະ ເລິກເຊີ່ງ ເຖິງບັນດາສະຫາຍ, ແລະ ຜ່ານບັນດາສະຫາຍ ໄປຍັງ ປະຊາຊົນລາວ ອ້າຍນ້ອງ, ເປັນຕົ້ນແມ່ນອໍານາດການປົກຄອງບັນດາທ້ອງຖິ່ນ ແລະ ບັນດາຄອບຄົວທີ່ຖືກຜົນກະທົບ.

 

ພວກຂ້າພະເຈົ້າເຊື່ອໜັ້ນວ່າ, ພາຍໃຕ້ການນໍາພາ ແລະ ເປັນຫ່ວງເປັນໃຍຢ່າງໃກ້ຊິດ ຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ບັນດາສະຫາຍ ປະຊາຊົນລາວ ອ້າຍນ້ອງ ຈະຜ່ານຜ່າຄວາມຫຍຸ້ງຍາກ ໃນປັດຈຸບັນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເຂດອຸທົກກະໄພ ເຂົ້າສູ່ສະພາບປົກກະຕິໂດຍໄວ.

 

ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງພັກ ແລະ ລັດ ຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ອ້າຍນ້ອງໃນເວລາພົບຄວາມຫຍຸ້ງຍາກນີ້.

 

                                                          ຮ່າໂນ້ຍ, ວັນທີ 6 ກັນຍາ 2019

                                                               ຫງວຽນຝູ້ ຈ໋ອງ

                                         ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ

                                               ຫວຽດນາມ, ປະທານປະເທດແຫ່ງສສຫວຽດນາມ.

                                                     ຫງວຽນຊັວນຟຸກ

                                      ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

                                                     ຫງວຽນ ທິກິມ ເງິນ

                                            ປະທານສະພາແຫ່ງຊາດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

-----------------------------------------------------------------------------------------------------------------

 

ຮຽນ: ສະຫາຍສະເຫຼີມໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ຂ້າພະເຈົ້າໄດ້ຮັບຂ່າວວ່າ, ປັດຈຸບັນຢູ່ບາງແຂວງພາກກາງ ແລະ ພາກໃຕ້ຂອງລາວ ໄດ້ຖືກນໍ້າຖ້ວມຍ້ອນຝົນຕົກແກ່ຍາວຫຼາຍມື້, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ຊີວິດ ແລະ ຊັບສິນ, ຂ້າພະເຈົ້າຂໍສົ່ງຄໍາຢື້ຢາມຖາມຂ່າວອັນຈິງໃຈ ແລະ ເລິກເຊີ່ງເຖິງສະຫາຍ, ແລະ ຜ່ານສະຫາຍ ໄປຍັງປະຊາຊົນລາວ ແລະ ຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖວ້ມໃນຄັ້ງນີ້.

 

ຂ້າພະເຈົ້າເຊື່ອໝັ້ນວ່າ, ປະຊາຊົນລາວອ້າຍນ້ອງ ຈະໄດ້ຮັບການຟື້ນຟູຈາກຜົນກະທົບ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ເຂົ້າສູ່ສະພາບປົກກະຕິໂດຍໄວ.

 

         ດ້ວຍຄວາມນັບຖືຢ່າງສູງ

 

                                                                     ຮ່າໂນ້ຍ, ວັນທີ 6 ກັນຍາ 2019

 

                                                                             ຟາມບິງ ມິ່ງ

 

                                                   ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

                                                                      ແຫ່ງ ສສ ຫວຽດນາມ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568