ພະນະທ່ານ ຈອງ ເຊ ກູນ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ
ທີ່ ເຊອຸນ
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງພະນະທ່ານ, ຂໍອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີຄວາມຜາສຸກ, ມີພາລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.
ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ມີມາແລ້ວນັ້ນ ຈະໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນເຂົ້າໃນພາລະກິດເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ