ນະຄອນຫລວງວຽງຈັນ, ວັນທີ 22 ມັງກອນ 2020
ພະນະທ່ານ,
ໃນນາມ ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນອິນເດຍເພື່ອນມິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບຮອບ 70 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ສປປ ລາວ ແລະ ສາທາລະລັດອິນເດຍ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ມີປະສິດທິພາບ ຕະຫຼອດໄລຍະເວລາ 64 ປີ ທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນຍາວນານລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃນຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ຂ້າພະເຈົ້າ ຂໍຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງພະນະທ່ານ ແລະ ປະຊາຊົນອິນເດຍເພື່ອນມິດ ຈົ່ງມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
(ລາຍເຊັນ)
ບຸນຍັງ ວໍລະຈິດ
ພະນະທ່ານ ຣໍາ ນາດ ໂກວິນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ
ນິວແດນລີ