ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ

 

ASEANBRUSSEL

 

ໃນວັນທີ 11 ​ກຸມພາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ໄດ້ນຳພາຄະນະຜູ້​ແທນ​ເຂົ້າຮ່ວມກອງ​ປະ​ຊຸມ ລະດັບ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ອາ​ຊຽນ-ອີຢູ ໂດຍການເປັນປະທານຮ່ວມ ຂອງ ທ່ານ Gunnar Wiegand, ຫົວໜ້າກົມ ອາຊີ-ປາຊີຟິກ ສະຫະພາບເອີຣົບ ແລະ ທ່ານ Stanley Loh, ຫົວໜ້າຫ້ອງການ, ກະຊວງການຕ່າງປະເທດສິງກະໂປ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສິງກະໂປ, ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ອີຢູ, ກອງເລຂາອາຊຽນ ແລະ ຄະນະກຳມາທິການ ສະຫະພາບ ເອີລົບ.

ກອງປະຊຸມ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ ຄວາມຄືບໜ້າ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ ການຮ່ວມມື ອາຊຽນ-ອີຢູ ຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດ​ແຜນ​ປະຕິບັດງານ ໄລ​ຍະ​ປີ 2018-2022. ພິເສດ, ກອງປະຊຸມໄດ້ປຶກສາຫາລື ແລະ ກຳນົດ ທິດທາງແຜນການຮ່ວມມື ອາຊຽນ-ອີຢູ ໃນຕໍ່ໜ້າ, ເຊິ່ງໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ການເຊື່ອມຈອດ, ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນດ້ານການພັດທະນາ, ການຮັບມືກັບສະພາບການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ການພັດທະນາແບບຍືນຍົງ, ການພັດທະນາຕົວເມືອງ ອັດສະລິຍະ ແລະ ການສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນກັບປະຊາຊົນ.

ກອງປະຊຸມຫົ​ວ​ໜ້າ​ເຈົ້າ​ໜ້າ​ທີ່ ອາ​ວຸ​ໂສ ອາ​ຊຽນ-ອີຢູ ຄັ້ງນີ້ ຍັງໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍ່ຄືໃນໂລກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຊອກຫາຊ່ອງທາງໃນການຮ່ວມມືກັນ ເພື່ອຕ້ານການແພລະບາດ ຂອງ ພະຍາດປອດອັກເສບສາຍພັນໃໝ່ (novel Coronavirus) ແລະ ໄດ້ມີແຜນຈະຈັດກອງປະຊຸມວີດີໂອທາງໄກຮ່ວມກັນແນ່ໃສ່ ແລກປ່ຽນຂໍ້ມູນຂ່າວສານ ແລະ ມາດຕະການ ໃນການຮັບມືກັບພະຍາດດັ່ງກ່າວ.

ສຸດທ້າຍ, ກອງປະຊຸມໄດ້ພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງກອງປະຊຸມ ລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 22 ຈັດຂຶ້ນໃນຕົ້ນປີ 2019 ຜ່ານມາ, ໂດຍສະເພາະໄດ້ຢ້ຳຄືນການຕົກລົງເຫັນດີ ໃນດ້ານຫຼັກການ ໃນການຍົກລະດັບການພົວພັນຮ່ວມມື ອາຊຽນ-ອີຢູ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ແລະ ຈະສືບຕໍ່ ປຶກສາຫາລືກັນໃນລາຍລະອຽດຕື່ມ. ກອງປະຊຸມລະດັົເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ ຄັ້ງຕໍ່ໄປ ຄາດວ່າຈະຈັດ ໃນທ້າຍເດືອນພະຈິກ ຫຼື ທັນວາ ປີ 2020 ຢູ່ ສິງກະໂປ ຄວບຄູ່ໄປກັບການຈັດ ກອງປະຊຸມລະດັບລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 23.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484499
ມື້ນີ້15
ມື້ວານ188
ອາທິດນີ້937
ເດືອນນີ້3804