ພະນະທ່ານ,
ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຟີລິບປິນເພື່ອນມິດ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 122 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາ ຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນຟີລິບປິນເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສປປ ລາວ
ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ
ທີ່ ມະນີລາ
----------------------------------------------------------------------------------------------------------
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 122 ປີ ແຫ່ງ ສາທາລະນະລັດ ຟີລິບປີນ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນຟີລິບປິນເພື່ອນມິດ ທຸກຖ້ວນໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ ມີພື້ນຖານສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະເວລາ 6 ທົດສະວັດເຄິ່ງຜ່ານມາ. ປີນີ້ ເປັນປີທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ແຫ່ງການພົວພັນການທູດ ລະຫວ່າງສອງປະເທດ,ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວນັ້ນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ ປະເທດ ແລະ ປະຊາຊົນຟີລິບປິນ ສືບຕໍ່ໄດ້ຮັບຜົນສໍາເລັດໃນການພັດທະນາປະເທດໃຫ້ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ
ທີ່ ມະນີລາ
----------------------------------------------------------------------------------------------------------