ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ຣັດເຊຍ ຄົບຮອບ 30 ປີ

 

ພະນະທ່ານ ວາລາດີເມຍ ປູຕິນ

ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ

ທີ່ນະຄອນຫຼວງ ມົດສະກູ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດແຫ່ງ ສະຫະພັນ ຣັດເຊຍ ຄົບຮອບ 30 ປີ, ຕາງຫນ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນແຫ່ງ ສະຫະພັນ ຣັດເຊຍ ເພື່ອນມິດທຸກຖ້ວນຫນ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 60 ປີ ຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າເຊື່ອຫມັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນຫຼາຍຂຶ້ນ ສາຍພົວພັນອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືຢ່າງໃກ້ຊິດ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ກວ້າງຂວາງຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ. ­

          ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນຫນ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນຣັດເຊຍ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍຄວາມນັບຖືຢ່າງສູງ,

ບຸນຍັງວໍລະຈິດ

ປະທານປະເທດ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 1ມິຖຸນາ 2020

---------------------------------------------------------------------------------------

ພະນະທ່ານ ມິຄາອິລ ວະລາດິມິໂຣວິຊ ມິດຊູສຕິນ

ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ

ທີ່ນະຄອນຫຼວງ ມົດສະກູ

ພະນະທ່ານ,

ເນື່ອງໃນໂອກາດວັນຊາດແຫ່ງ ສະຫະພັນ ຣັດເຊຍ ຄົບຮອບ 30 ປີ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສະຫະພັນ ຣັດເຊຍ ທຸກຖ້ວນຫນ້າ.

ປີ 2020 ແມ່ນປີຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນກັບສະຫະພັນ ຣັດເຊຍ ຊຶ່ງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄລຍະທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີທີ່ມີມາແຕ່ຍາວນານ ບົນພື້ນຖານແຫ່ງການເປັນຄູ່ຮ່ວມຍຸດທະສາດນຳກັນ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.

ເນື່ອງໃນໂອກາດທີ່ມີຄວາມຫມາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນຫນ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ປະຊາຊົນຣັດເຊຍເພື່ອນມິດ ມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຕະຫຼອດໄປ.

ດ້ວຍຄວາມນັບຖືຢ່າງສູງ,

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 1ມິຖຸນາ 2020

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485701
ມື້ນີ້0
ມື້ວານ206
ອາທິດນີ້737
ເດືອນນີ້5006