ສົມເດັດ ພະຣາຊິນີ ທີ່ນັບຖື,
ເນື່ອງໃນໂອກາດວັນຄ້າຍວັນປະສູດຂອງ ສົມເດັດ ພະຣາຊິນີ ຄົບຮອບ 94 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ພະຣາຊິນີ ແລະ ຜ່ານສົມເດັດ ພະຣາຊິນີ ໄປຍັງປະຊາຊົນ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ໃຫ້ເຂັ້ມແຂງຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສປປ ລາວ
ສົມເດັດ ພະຣາຊິນີ ເອລີຊາເບດ ທີ II
ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
ທີ່ ລອນດອນ