ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຂອງ ສ. ຣັດເຊຍ ຄົບຮອບ 75 ປີ

ນະຄອນຫຼວງວຽງຈັນ, ວັນທີ      ມິຖຸນາ 2020

 

       ພະນະທ່ານ,

ເນື່ອງໃນໂອກາດພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 75 ປີ ເຊິ່ງຈະຈັດຂຶ້ນໃນວັນທີ 24 ມິຖຸນາ 2020 ຈະມາເຖິງນີ້, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຈາລຶກຄຸນງາມຄວາມດີ ກໍ່ຄືລັດທິວິລະຊົນອັນຍິ່ງໃຫຍ່ ຂອງ ບັນດານັກຮົບກອງທັບແດງ   ຣັດເຊຍ ທີ່ເສຍສະຫຼະເລືອດເນື້ອໃນການຕໍ່ສູ້ເພື່ອປົກປ້ອງປິຕຸພູມ ກໍຄືເພື່ອປົດປ່ອຍທະວີບເອີຣົບ ແລະ ພາກພື້ນອື່ນໆຂອງໂລກອອກຈາກເງື້ອມມືຂອງພວກຟາດຊິດທີ່ໂຫດຮ້າຍປ່າເຖື່ອນ.

ປະຊາຊົນລາວ ຮັບຮູ້ຄວາມໝາຍສໍາຄັນອັນຍິ່ງໃຫຍ່ທາງປະຫວັດສາດຂອງວັນໄຊຊະນະດັ່ງກ່າວ, ເຊິ່ງບໍ່ພຽງແຕ່ເປັນຄວາມທະນົງໃຈສໍາລັບປະຊາຊົນສະຫະພາບໂຊວຽດໃນເມື່ອກ່ອນກໍຄື ສະຫະພັນ ຣັດເຊຍ ໃນປັດຈຸບັນ, ຫາກຍັງສ່ອງແສງເຖິງຄວາມຍິ່ງໃຫຍ່ຂອງຊາດ ແລະ ປະຊາຊົນ ຣັດເຊຍ, ໂດຍສະເພາະແມ່ນແສນຍານຸພາບຂອງກອງທັບ   ຣັດເຊຍ ເຊິ່ງເປັນເສົາຄໍ້າທີ່ສໍາຄັນແກ່ສັນຕິພາບ ແລະ ຄວາມໝັ້ນຄົງໃນລະດັບພາກພື້ນ ແລະ ສາກົນ. ຂ້າພະເຈົ້າ                  ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ ສ. ຣັດເຊຍ ຍາດໄດ້ໃນໄລຍະຜ່ານມາ ແລະ ຢືນຢັນຄວາມມຸ້ງໝັ້ນອັນແນ່ວແນ່ທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດນໍາກັນໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ, ໂດຍສະເພາະການສະໜັບສະໜູນເຊິ່ງກັນແລະກັນໃນການຕໍ່ສູ້ຕ້ານການແຜ່ລະບາດອັນຮ້າຍແຮງຂອງ ໂຄວິດ-19 ເຊິ່ງກໍາລັງຂົ່ມຂູ່ຊີວິດຂອງປະຊາຊົນສອງຊາດພວກເຮົາໃນປັດຈຸບັນ, ອັນເປັນການປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.

          ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງຕົນ ແລະ ປະຊາຊົນ ຣັດເຊຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

          

                ດ້ວຍຄວາມນັບຖືຢ່າງສູງ,

                                                                   ບຸນຍັງ ວໍລະຈິດ

ພະນະທ່ານ ວາລາດີເມຍ ປູຕິນ

ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ

ທີ່ ນະຄອນຫຼວງມົດສະກູ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570