ນະຄອນຫຼວງວຽງຈັນ, ວັນທີ 25 ມິຖຸນາ 2020
ພະນະທ່ານ,
ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສາທາລະນະລັດ ໂມຊຳບິກ ຄົບຮອບ 45 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ໂມຊຳບິກ ທຸກຖ້ວນໜ້າ.
ປີ 2020 ເປັນປີຄົບຮອບ 40 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໂມຊຳບິກ. ຂ້າພະເຈົ້າ ຫວັງວ່າ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ກໍຄືສອງກະຊວງການຕ່າງປະເທດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງພະນະທ່ານ ແລະ ຂໍໃຫ້ປະຊາຊົນ ໂມຊຳບິກ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ເວໂຣນິກາ ນາຕານີ ມາກາໂມ ໂດໂວ
ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມື
ແຫ່ງ ສາທາລະນະລັດ ໂມຊຳບິກ
ມາປູໂຕ