ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ 2020
ພະນະທ່ານ,
ເນື່ອງໃນໂອກາດ ວັນຊາດ ການາດາ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອັນອົບອຸ່ນແລະ ພອນໄຊອັນປະ ເສີດ ມາຍັງພະນະທ່ານ ພ້ອມດ້ວຍພະນັກງານກະຊວງຂອງທ່ານທຸກທົ່ວໜ້າ.
ຂ້າພະເຈົ້າເຊື່ອໜັ້ນວ່າ ພາຍໃຕ້ການນຳພາ-ຊີ້ນຳອັນປີຊາສາມາດຂອງພະນະທ່ານ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ທີ່ມີມາຍາວນານລະຫວ່າງສອງປະເທດລາວ ແລະ ການາດາ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາຈະໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ອັນເປັນການປະກອບສ່ວນເຂົ້າໃນພາລະກິດສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນຂອງພວກເຮົາ ແລະໃນທົ່ວໂລກ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ຟຣັ່ງຊົວ ຟິລິປ ຊຳປາຍຍ໌
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ
ທີ່ ໂອຕາວາ