ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ສ. ອາເມລິກາ ຄົບຮອບ 244 ປີ

ວັນທີ 02 ກໍລະກົດ 2020

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະລັດ ອາເມຣິກາ ຄົບຮອບ 244 ປີ, ຂ້າພະເຈົ້າ ໃນນາມລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນອາເມຣິກາທຸກທົ່ວໜ້າ.

ປີ 2020 ເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ການພົວພັນ ແລະ ຮ່ວມມືອັນຍາວນານ ແລະ ບໍ່ຂາດໄລຍະ ລະຫວ່າງສອງປະເທດພວກເຮົາບົນພື້ນຖານການເປັນຄູ່ຮ່ວມມືແບບກວມ ຈະສືບຕໍ່ໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ກໍ່ຄືເພື່ອສັນຕິພາບ, ​ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ທົ່ວໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນມີກຽດສູງສົ່ງຂອງຕົນ ແລະ ຂໍອວຍພອນໃຫ້ ປະຊາຊົນ ອາເມຣິກາ ຈົ່ງສືບຕໍ່ມີຄວາມຜາສຸກ, ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ດ້ວຍຄວາມນັບຖືເປັນຢ່າງສູງ,

ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ ໂດໂນ ທຣໍາ

ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ

ທີ່ ວໍຊິງຕັນ, ດີຊີ


 

ພະນະທ່ານ,

 ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ພ້ອມພະນັກງານ ຂອງກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ທຸກທົ່ວໜ້າ ເນື່ອງໃນວັນຊາດ ແຫ່ງ ສະຫະລັດ ອາເມຣິກາ ຄົບຮອບ 244 ປີ.

 ຂ້າພະເຈົ້າ ຍັງຈົດຈໍາການຢ້ຽມຢາມ ສະຫະລັດ ອາເມຣິກາ ກໍ່ຄືການພົບປະອັນອົບອຸ່ນ ແລະ ອັນເຕັມໄປດ້ວຍເນື້ອໃນຂອງພວກເຮົາ ໃນທ້າຍເດືອນມັງກອນ 2020 ທີ່ຜ່ານມາ, ຂ້າພະເຈົ້າ ຫວັງວ່າ ຈະໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບພະນະທ່ານ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລາວ-ສະຫະລັດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍບົນພື້ນຖານການເປັນຄູ່ຮ່ວມມືແບບກວມລວມ ສະຫະລັດ ອາເມຣິກາ - ສປປ ລາວ, ໂດຍສະເພາະແມ່ນການຮ່ວມມືສອງຝ່າຍຂອງພວກເຮົາ, ໃນຂອບການພົວພັນຄູ່ເຈລະຈາ ອາຊຽນ-ອາເມຣິກາ ໃນຖານະທີ່ ສປປ ລາວ ເປັນປະເທດຜູ້ປະສານງານ ອາຊຽນ-ອາເມຣິກາ.

ຂ້າພະເຈົ້າເຊື່ອໝັ້ນວ່າ ເຖິງວ່າມີສະພາບຂຶ້ນ-ລົງ ບາງອັນໃນໄລຍະທີ່ຜ່ານມາດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີຢູ່ໃນປະຈຸບັນ ລະຫວ່າງ ສອງປະເທດກໍ່ຄືສອງກະຊວງການຕ່າງປະເທດຂອງພວກເຮົາ ຈະສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວໃນດ້ານຕ່າງໆທີ່ເປັນໄປໄດ້ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນຂອງພວກເຮົາ ແລະ ໃນທົ່ວໂລກ.

 

                             ດ້ວຍຄວາມນັບຖືເປັນຢ່າງສູງ,

                                                                                                       ສະເຫຼີມໄຊ ກົມມະສິດ

                            ລັດຖະມົນຕີກະຊວງການຕ່າງປະເທດ

                         ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ໄມເຄິນ ຣີດຈາດ ພອມພຽວ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ

ທີ່ ວໍຊິງຕັນ, ດີ.ຊີ.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480399
ມື້ນີ້57
ມື້ວານ172
ອາທິດນີ້797
ເດືອນນີ້6630