ນະຄອນຫຼວງວຽງຈັນ, ວັນທີ ກໍລະກົດ 2020
ພະນະທ່ານ,
ຂ້າພະເຈົ້າ ໄດ້ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ຕໍ່ເຫດການດິນຖະຫຼົ່ມຮ້າຍແຮງ ຢູ່ ເມືອງພະອານ, ລັດກະຈິນ, ທາງພາກເໜືອຂອງ ມຽນມາ ໃນຕອນເຊົ້້າຂອງວັນທີ 2 ກໍລະກົດ 2020 ຜ່ານມາ, ອັນໄດ້ສ້າງຄວາມສູນເສຍອັນໃຫຍ່ຫຼວງຕໍ່ຊີວິດ ແກ່ປະຊາຊົນມຽນມາ ເປັນຈຳນວນຫຼວງຫລາຍ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໂດຍສະເພາະ ຕໍ່ສະມາຊິກຄອບຄົວ ຂອງຜູ້ປະສົບໄພພິບັດໃນຄັ້ງນີ້.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດຄັ້ງນີ້ ແລະ ສາມາດຟື້ນຟູເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ນາງ ອອງ ຊານ ຊູ ຈີ
ທີ່ປຶກສາແຫ່ງລັດ
ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທີ່ ນະຄອນຫຼວງເນປິດໍ.