ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມຊົມເຊີຍວັນຊາດ ມົງໂກລີ

 


ນະຄອນຫລວງວຽງຈັນ, ວັນທີ 10 ກໍລະກົດ 2020

ພະນະທ່ານ,

​ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 814 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 99 ປີ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.

ຂ້າພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຊົມຊື່ນເປັນ​ຢ່າງ​ຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້້ອອັນດີງາມ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ແລະ ເຊື່ອ​ໝັ້ນ​ວ່າການພົວພັນ ແລະ ການຮ່ວມມືອັນດີງາມ ລະ​ຫວ່າງ ປະ​ຊາ​ຊົນ​ສອງປະເທດ​ ລາວ ແລະ   ມົງໂກລີ ທີ່ມີມາແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເພີ່ມ​ພູນ​ຄູນ​ສ້າງ ແລະ ພັດທະນາຍິ່ງໆ​ຂຶ້ນໃນຊຸມປິຕໍ່ໜ້າ.

ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້,​ ຂ້າພະເຈົ້າ ຂໍອວຍພອນ​ໄຊ​ອັນປະເສີດມາຍັງພະນະທ່ານ   ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນຍິ່ງໆຂື້ນໄປ.

ດ້ວຍຄວາມນັບຖືຢ່າງສູງ,

    

ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ KHALTMAAGIIN BATTULGA

ປະທານາທິບໍດີ ແຫ່ງ ມົງໂກລີ

ທີ່ ນະຄອນຫລວງ ອູລານບາຕໍ

 


ນະຄອນຫລວງວຽງຈັນ, ວັນທີ 10 ກໍລະກົດ 2020

ພະນະທ່ານ,

​ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 814 ປີ, ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 99 ປີ ແລະ ເນື່ອງໃນ​ໂອກ​າດ       ທີ່ ພະ​ນະ​ທ່ານ ​ໄດ້​ຮັບ​ເລືອກຕັ້ງ ໃຫ້ດຳລົງ​ຕໍາ​ແໜ່​ງ​ເປັນ​ ນາຍົກລັດຖະມົນຕີ ​ແຫ່ງ ມົງໂກລີ ອີກໜຶ່ງ   ສະໃໝ, ໃນ​ນາມ​ລັດຖະບານ ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ ແລະ ອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານນັ້ນ ນັບມື້ນັບ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ, ຂະ​ຫ​ຍາຍ​ຕົວ​ ແລະ ແຕກດອກອອກຜົນຍິ່ງໆ​ຂຶ້ນ. ຂ້າພະ​ເຈົ້າ​ ເຊື່ອໝັ້ນວ່າ​ ການ​ຮ່ວມ​ມື​ອັນ​ດີ ທີ່ມີແລ້ວ ລະຫວ່າງ ສອງປະເທດພວກເຮົາ​ ຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນຊຸມປິຕໍ່ໜ້າ ເພື່ອນໍາ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່​ປະຊາຊົນສອງ​ຊາດ ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າໃນພາລະກິດສົ່ງເສີມ​ສັນຕິພາບ, ສະຖຽນ​ລະ​ພາບ​ ​ແລະ​ ການ​ຮ່ວມ​ມື ​ເພື່ອ ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,    

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ UKHNAAGIIN KHURELSUKH

ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ທີ່ ນະຄອນຫລວງ ອູລານບາຕ

 


ນະຄອນຫລວງວຽງຈັນ, ວັນທີ 10 ກໍລະກົດ 2020

ພະນະທ່ານ,

ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 814 ປີ, ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 99 ປີ ແລະ ເນື່ອງໃນ​ໂອກ​າດ ທີ່ ພະ​ນະ​ທ່ານ ​ໄດ້​ຮັບການ​ແຕ່ງຕັ້ງ ໃຫ້ດຳລົງ​ຕໍາ​ແໜ່​ງ​ເປັນ​ ລັດຖະມົນຕີຕ່າງປະເທດ ​ແຫ່ງ ມົງໂກລີ     ຄົນໃໝ່, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດມາຍັງ       ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງບັນດາການນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ທຸກຖ້ວນໜ້າ.

ຂ້າພະ​ເຈົ້າ​ ມີ​ຄວາມ​ຍິນ​ດີ​​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ມົງໂກລີ ເວົ້າລວມ,​ ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ເຂົ້າສູ່ລວງເລິກ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

ສະເຫລີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ NYAMTSEREN ENKHTAIVAN

ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂກລີ

ທີ່ ນະຄອນຫລວງ ອູລານບາຕໍ

 


 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483866
ມື້ນີ້173
ມື້ວານ215
ອາທິດນີ້304
ເດືອນນີ້3171