ນະຄອນຫລວງວຽງຈັນ, ວັນທີ 10 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 814 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 99 ປີ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້້ອອັນດີງາມ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ແລະ ເຊື່ອໝັ້ນວ່າການພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ປະຊາຊົນສອງປະເທດ ລາວ ແລະ ມົງໂກລີ ທີ່ມີມາແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຍິ່ງໆຂຶ້ນໃນຊຸມປິຕໍ່ໜ້າ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນຍິ່ງໆຂື້ນໄປ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ KHALTMAAGIIN BATTULGA
ປະທານາທິບໍດີ ແຫ່ງ ມົງໂກລີ
ທີ່ ນະຄອນຫລວງ ອູລານບາຕໍ
ນະຄອນຫລວງວຽງຈັນ, ວັນທີ 10 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 814 ປີ, ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 99 ປີ ແລະ ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ອີກໜຶ່ງ ສະໃໝ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ ແລະ ອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານນັ້ນ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ, ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຮ່ວມມືອັນດີ ທີ່ມີແລ້ວ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນຊຸມປິຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນເຂົ້າໃນພາລະກິດສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ UKHNAAGIIN KHURELSUKH
ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ
ທີ່ ນະຄອນຫລວງ ອູລານບາຕ
ນະຄອນຫລວງວຽງຈັນ, ວັນທີ 10 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 814 ປີ, ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 99 ປີ ແລະ ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕໍາແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂກລີ ຄົນໃໝ່, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງບັນດາການນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ມົງໂກລີ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ເຂົ້າສູ່ລວງເລິກ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ NYAMTSEREN ENKHTAIVAN
ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂກລີ
ທີ່ ນະຄອນຫລວງ ອູລານບາຕໍ