ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂໍ້ຄວາມສະແດງຄວາມຊົມເຊີຍຈາກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ

ນະຄອນຫຼວງວຽງຈັນ, ວັນ​ທີ 13 ກໍລະກົດ 2020

ພະນະທ່ານ,

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບ​ໄຊຊະນະ​ດ້ວຍຄະແນນສຽງຖ້ວມລົ້ນ ໃນ​ການເລືອກຕັ້ງ ຄັ້ງວັນທີ 10 ກໍລະກົດ 2020 ຜ່ານມາ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ມີປະສົບການສູງຂອງພະນະທ່ານ, ລັດຖະບານສິງກະໂປ ຈະສືບຕໍ່ຍາດໄດ້ໄຊຊະນະໃນການຄຸບຄວມການເເຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ປະສົບຜົນສຳເລັດໃນການຟື້ນຟູເສດຖະກິດຂອງສິງກະໂປ ແນ່ໃສ່ນໍາເອົາຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ມາສູ່ປະຊາຊົນສິງກະໂປ ໃນຊຸມປີຕໍ່ໜ້າ. ຂ້າພະເຈົ້າຫວັງວ່າ ຈະໄດ້ສືບ​ຕໍ່ຮ່ວມເຮັດວຽກກັບພະນະທ່ານຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ສິງກະໂປ ໃຫ້ສືບຕໍ່ຂະຫຍາຍຕົວດີຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ​ອວຍພອນ​ໄຊ​ໃຫ້ພະນະທ່ານ ຈົ່ງ​ມີພາລະ​ນາ​ໄມ​ສົມບູນ, ມີຄວາມຜາສຸກ ແລະ ປະສົບ​ຜົນສຳ​ເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

      

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ.

                                ທອງລຸນ ສີສຸລິດ

                                ນາຍົກລັດຖະມົນຕີ

                                ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ ລີ ຊຽນ ລຸງ

ນາຍົກລັດຖະມົນຕີແຫ່ງ ສາທາລະນະ​ລັດ ສິງກະໂປ

ທີ່ ສິງກະໂປ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480406
ມື້ນີ້64
ມື້ວານ172
ອາທິດນີ້804
ເດືອນນີ້6637