ນະຄອນຫຼວງວຽງຈັນ, ວັນທີ 25 ກໍລະກົດ 2020
ພະນະທ່ານ,
ເນື່ອງໃນໂອກາດ ວັນຊາດ ຄົບຮອບ 55 ປີ ແຫ່ງ ສາທາລະນະລັດ ມານດິວ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າ, ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນ ມານດິວ ເພື່ອນມິດ.
ຂ້າພະເຈົ້າ ມີຄວາມຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມານດິວ ໄດ້ຮັບການເສີມຂະຫຍາຍຊຸມປີຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າສາຍພົວພັນທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂື້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ມານດິວ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອິບຣາຮິມ ໂມຮາເມັດ ໂຊລີ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິວ
ທີ່ ມາເລ