ສົມເດັດ ໂມຮາເມັດ ທີ VI
ກະສັດ ແຫ່ງ ຣາຊະອານາຈັກ ມາຣົກ
ທີ່ ຣາບັດ
ສົມເດັດ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 21 ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ, ລັດຖະບານ ແລະ ປະຊາຊົນ ມາຣົກ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ມາຣົກ ຈະສືບຕໍ່ໄດ້ຮັບເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ມາຣົກ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, 30 ກໍລະກົດ 2020