ນະຄອນຫຼວງວຽງຈັນ, ວັນທີ 6 ສິງຫາ 2020
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວ ກ່ຽວກັບເຫດການລະເບີດຮຸນແຮງ ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ທີ່ ນະຄອນຫຼວງ ເບຣຸດ, ສາທາລະນະລັດ ລີບັງ ໃນວັນທີ 4 ສິງຫາ 2020 ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ເປັນຈໍານວນຫຼວງຫຼາຍ ແກ່ປະຊາຊົນ ລີບັງ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະຊາຊົນລາວ ທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈ ຢ່າງສຸດຊຶ້ງ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ລີບັງ, ໂດຍສະເພາະ ຕໍ່ຜູ້ໄດ້ຮັບເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ ໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງລັດຖະບານ ແຫ່ງ ສາທາລະນະລັດ ລີບັງ, ລີບັງ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ໃນຄັ້ງນີ້ ແລະ ສາມາດຟື້ນຟູຊີວິດການເປັນຢູ່ ຂອງຜູ້ປະສົບເຄາະຮ້າຍ ໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ຊາເບວ ເວບ,
ລັດຖະມົນຕີຕ່າງປະເທດ ແລະການເຄື່ອນຍ້າຍຖິ່ນຖານ