ໃນວັນທີ 14 ສິງຫາ 2020, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເພື່ອສະແດງຄວາມຍິນດີ ແລະ ພາກພູມໃຈ ທີ່ ສ. ຣັດເຊຍ ປະສົບຜົນສຳເລັດໃນການຄົ້ນຄວ້າ-ພັດທະນາຢາວັກແຊັງຕ້ານພະຍາດ ໂຄວິດ-19 ແລະ ໄດ້ລົງທະບຽນເປັນປະເທດທຳອິດຂອງໂລກ.
ທ່ານປະທານປະເທດ ໄດ້ຕີລາຄາສູງຕໍ່ຜົນສຳເລັດດັ່ງກ່າວ, ຊຶ່ງສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ແລະ ຄວາມທັນສະໄໝຂອງເຕັກໂນໂລຊີ ແລະ ວິທະຍາສາດການແພດຂອງຣັດເຊຍ. ພ້ອມກັນນັ້ນ, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍໄປຍັງບັນດາແພດໝໍ, ຊ່ຽວຊານການແພດ, ນັກຄົ້ນຄວ້າວິໄຈດ້ານວິທະຍາ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານການຄົ້ນຄວ້າຢາວັກແຊັງດັ່ງກ່າວ ລວມທັງຄວາມເອົາໃຈໃສ່ຂອງລັດຖະບານ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ.