ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ

ໂທລະເລກອວຍພອນ

ເຖິງ: - ສະຫາຍ ຫງວຽນ ຝູ້ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ   ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

-  ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດສັງຄົມນິຍົມ   ຫວຽດນາມ.

-  ສະຫາຍ ນາງ ຫງວຽນ ທິ ກີມ ເງິນ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

   ທີ່ ນະຄອນຫຼວງຮ່າໂນ້ຍ.

ບັນດາສະຫາຍທີ່ຮັກແພງ,

ເນື່ອງໃນໂອກາດລະ​ນຶກ​ການ​ປະ​ຕິ​ວັດ​ເດືອນ​ສິ​ງຫາ ແລະ ສະເຫຼີມສະຫຼອງວັນສະ​ຖາ​ປະ​ນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020), ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍຖານສະຫາຍອ້າຍນ້ອງອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ມີ​ຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 75 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກ​ຕ້ອງ, ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ພັກທີ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ, ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ໃນແປວໄຟແຫ່ງການຕໍ່ສູ້ປະ​ຕິ​ວັດທີ່​ດຸ​ເດືອດ​ຂ້ຽວ​ຂາດ, ເຕັມ​ໄປ​ດ້ວຍ​ການ​ເສຍ​ສະ​ຫລະ ​ອັນ​ໃຫ່​ຍ​ຫລວງ​ ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈີ້ມິນ ​ທີ່​ວ່າ ”ບໍ່​ມີ​ຫຍັງປະ​ເສີດໄປກ​ວ່າ​ເອ​ກະ​ລາດ ​ແລະ ​ເສ​ລີ​ພາບ” ເພື່ອ​ຍາດ​ເອົາເອກະລາດແຫ່ງຊາດ ແລະ ​ກ້າວ​ໄປ​ເຖິງ​ການທ້ອນໂຮມປະເທດຊາດເປັນ​ເອ​ກະ​ພາບຢ່າງສົມບູນ​ ໃນບັ້ນ​ຮົບ​ໂຮ່​ຈີ້​ມິນ​ທີ່​ລື​ຊື່ ໃນ​ລະ​ດູ​ບານ​ໃໝ່​ປີ 1975, ສືບ​ຕໍ່​ພາ​ລະ​ກິດ​ສ້າງ​ສາ​ ແລະ​ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດສັງ​ຄົມ​ນິ​ຍົມໃນຕະຫຼອດໄລຍະຫຼາຍທົດສະວັດ​ທີ່​ຜ່ານ​ມາ, ໂດຍສະເພາະແມ່ນໄລຍະ 30 ກວ່າປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ເຊິ່ງ​ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ, ຜົນ​ສຳ​ເລັດ​ທີ່​ໃຫ​ຍ່​ຫຼວງ, ຮອບ​ດ້ານ, ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວ ດ້ວຍ​ຈັງ​ຫວະ​ສູງ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງທີ່ດີຂຶ້ນເລື້ອຍໆ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ມີຄວາມໝັ້ນຄົງ ແລະ ເຂັ້ມແຂງ, ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ​ວ້າງ, ບົດ​ບາດ ອິດທິພົນ ຂອງ ພັກກອມມູນິດຫວຽດນາມ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມນັບມື້ນັບໄດ້ຮັບການເຊີດຊູ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ​ຕີ​ລາ​ຄາ​ສູງ ຕໍ່ບັນ​ດາໄຊຊະນະ ແລະ ຜົນສໍາເລັດດັ່ງ​ກ່າວ ທີ່​ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ​ຍາດ​ມາ​ໄດ້​ໃນຕະ​ຫລອດ​ໄລ​ຍະ​ຫລາຍ​ທົດ​ສະ​ວັດ​ທີ່​ຜ່​ານ​ມາ ແລະ​ ຖື​ເປັນການ​ປຸກ​ລະ​ດົມ​ໃຈ​ອັນແຮງກ້າ​ ໃຫ້​ແກ່ ພັກ, ລັດ ແລະ ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າພວກຂ້າພະເຈົ້າ ໃນ​ການ​ດຳ​ເນີນພາ​ລະ​ກິດປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ຕ​ະ​ຫລອດ​ໄລ​ຍະ​ທີ່​ຜ່ານ​ມາ.

ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ ແລະ ​ທະ​ນົງ​ໃຈເປັນ​ຢ່າງ​ຍິ່ງ​ ທີ່ເຫັນ​ວ່າ ຕະ​ຫລອດ​ໄລ​ຍະ 75 ປີ​ຜ່ານ​ມາ, ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະ​ຫລາດ​ສ່​ອງ​ໃສ ​ແລະ​ ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ ໃນ​ເມື່ອ​ກ່ອນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ແລະ ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວໃນ​ປະ​ຈຸ​ບັນ, ປະ​ຊາ​ຊົນ 2 ຊາດ​ລາວ - ຫວຽດ​ນາມ ​ໄດ້​ຄ່ຽງ​ບ່າ​ຄ່ຽງ​ໄຫລ່​ກັນ​ຕໍ່​ສູ້​ຮ່ວມ​ຂຸມ​ຄອງ​ດຽວ​ກັນ ​ເພື່ອ​ຕີ​ເອົາ​ຊະ​ນະ​ກັບ​ພວກ​ຮຸກ​ຮາ​ນຕ່າງ​ຊາດ​ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ​ຂອງ​ຕົນ ແລະ ໄດ້​ຊ່ວຍ​ເຫຼືອ​ເຊ​ິ່ງກ​ັນ ແລະ ກັນ ແບບ​ເຂົ້າ​ເມັດ​ຫັກ, ​ຜັກ​ເສັ້ນ​ແບ່ງ, ເສຍ​ສ​ະ​ຫລະ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ກັນ ແລະ ກັນ ​ເພື່ອ​ໄຊ​ຊະ​ນ​ະ​ສຸດ​ທ້າຍ​ຂອງ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ; ມາ​ໄລ​ຍະ​​ໃຫມ່ພາຍຫຼັງ​ປະ​ເທດ​ຊາດ​ທັງສອງ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າ​ງ​ສ​ົມ​ບູນ, ​ປະ​ຊາ​ຊົນ​ ສອງ​ຊາດ​ພວກ​ເຮົາ​ໄດ້​ຮ່ວມ​ມື​ກັນ ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ ແລະ ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມຢ່າງ​ໜັກ​ແໜ້ນ.

       ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນລາວ ພວກຂ້າພະເຈົ້າ ຕະຫຼອດມາ, ອັນ​ເປັນ​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫ່​ຍ, ຄວາມສາ​ມັກ​ຄີ​ພິ​ເສດ ​ແລະ​ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫ່​ວາງ ສອງ​ພັກ, ສອງ​ລັດ​ ແລະ​ ປະ​ຊາ​ຊົນ 2 ຊາດ ລ​າວ-ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ ແລະ​ ຖະ​ໜຸ​ຖະ​ໜອມໂດຍ​ບັນ​ດາ​ການ​ນຳ​ລຸ່ນກໍ່​ຕັ້ງ​ຂອ​ງ​ສອງ​ປະ​ເທດ ແລະ ​ໄດ້​ຜ່ານ​ການ​ທົດ​ສອບ​ບົນ​ແປວ​ໄຟ​ປະ​ຕິ​ວັດ​​ມາ​ເປັນ​ເວ​ລາ​ຫລາຍສິບ​ປີ ຈົ​ນ​ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ລວມອັນ​ລ້ຳ​ຄ່າ, ເປັນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ​ ແລະ​ ຂະ​ຫຍາຍ​ຕົວ​ຂອງ​ສອງ​ປະ​ເທດ, ເປັນ​ໜຶ່ງ​ໃນ​ປັດ​ໄຈ​ຕັດ​ສີນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຢູ່​ແຕ່​ລະ​ປະ​ເທດນັ້ນ ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ເລິກ​ເຊິ່ງ ແລະ ສວຍ​ສົດ​ງົດ​ງາມ​ມາ​ເຖິງ​ທຸກວັນ​ນີ້.

ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການປ່ຽນແປງຢ່າງສັບສົນປານໃດກໍ່ຕາມ, ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບບັນດາສະຫາຍ ຖະນຸຖະໜອມ ສາຍພົວພັນທີ່​ຫາ​ຍາກ​ດັ່ງ​ກ່າວໃຫ້​ຄົງຢູ່​ກັບ​ປະ​ຊາ​ຊົນ 2 ຊາດ ​ຕະ​ຫລອດໄປ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ພາລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ ໃນ​ການ​ສືບ​ຕໍ່​ນຳ​ພາ​ປະ​ເທດ​ຊາດ​ຫວຽດ​ນາມ ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ ເພື່ອບັນ​ລຸ​ເປົ້າ​ໝາຍ ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ສັງຄົມຍຸ​ຕິ​ທຳ ແລະ ສີ​ວິ​ໄລ, ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກກອມ​ມູ​ນິດ​ຫວຽດນາມໃຫ້​ປະ​ກົດ​​ເປັນ​ຈິງ, ກ້າວ​ໄປ​ສູ່​ການ​ກະ​ກຽມ​ດຳ​ເນີນ​ກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ໃຫ້​ມີ​ຜົນ​ສຳ​ເລັດຢ່າງຈົບງາມ.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.

ນະຄອນຫຼວງວຽງຈັນ, ວັນທີ   01 ກັນຍາ 2020

                                                                ບຸນຍັງ ວໍລະຈິດ

                                     ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,

                                          ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

       ທອງລຸນ ສີສຸລິດ

                                   ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

        ປານີ ຢາທໍ່ຕູ້

                                 ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 


 

ໂທລະເລກອວຍພອນ

 

ເຖິງ:   ສະຫາຍ ຟາມ ບິ່ງ ມິງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

 

ທີ່ ນະຄອນຫຼວງຮ່າໂນ້ຍ.

 

ສະຫາຍລັດຖະມົນຕີທີ່ຮັກແພງ,

 

            ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020), ຕາງໜ້າຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມທຸກຖ້ວນໜ້າ.

 

          ຂ້າພະເຈົ້າ, ຮູ້ສຶກປິຕິຍິນດີ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງທາງດ້ານການຕ່າງປະເທດ ທີ່ ສສ ຫວຽດນາມ ຍາດມາໄດ້ ໃນຕະຫຼອດໄລຍະທີ່ຜ່ານມາ, ອັນເປັນການປະກອບສ່ວນສໍາຄັນເຂົ້າໃນການເຊີດຊູຖານະບົດບາດ, ອິດທິພົນ ແລະ ຊື່ສຽງ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ. ພິເສດ ໃນປີ 2020, ຫວຽດນາມ ໄດ້ຮັບໜ້າທີ່ສໍາຄັນຫຼາຍຢ່າງ ທັງເປັນປະທານອາຊຽນ, ປະທານໄອປາ ແລະ ສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ທ່າມກາງການລະບາດ ຂອງພະຍາດ ໂຄວິດ-19 ອັນໄດ້ເຮັດໃຫ້ພວກເຮົາຕ້ອງປັບໂຕເຂົ້າໃນວິຖີຊີວິດແບບໃໝ່ ແລະ ການຈັດກອງປະຊຸມຜ່ານລະບົບທາງໄກ, ເຊິ່ງ ສສ. ຫວຽດນາມ ກໍ່ເຮັດໜ້າທີ່ໄດ້ຢ່າງດີເລີດ ແລະ ປະສົບຜົນສໍງເລັດຢ່າງຈົບງາມ.

 

-            ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນຮ່ວມມືລະຫວ່າງສອງປະເທດພວກເຮົາ ກໍ່ຄື ສອງກະຊວງການຕ່າງປະເທດ ທີ່ນັບມື້ ໄດ້ຮັບການພັດທະນາໃຫ້ສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກ ຕະຫຼອດໄລຍະຜ່ານມາ ແລະ ຂໍຢືນຢັນຄວາມຕັດສິນໃຈຂອງຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືຢ່າງສະໜິດແໜ້ນ ກັບ ຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ໃຫ້ຈະເລີນງອກງາມ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງສອງປະເທດ ລາວ-ຫວຽດນາມ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາ ໃນຄອບຄົວອາຊຽນ ກໍ່ຄືໃນເວທີພາກພື້ນ ແລະ ໃນໂລກ.

 

ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນຢ່າງຈິງໃຈ ໃຫ້ບັນດາສະຫາຍຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນວຽກງານການຕ່າງປະເທດ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະ​ເທດຊາດ ແລະ ໄດ້ຮັບໄຊຊະນະຢ່າງຈົບງາມ ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ    ໂຄວິດ-19 ໄດ້ຢ່າງຊິ້ນເຊີງ.

 

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດສອງປະເທດ ຈົ່ງໝັ້ນຄົງ ຂະນົງແກ່ນຕະຫຼອດກາລະນານ.

 

          ອວຍພອນໃຫ້ສະຫາຍ ຮອງນາຍົກລັດຖະມົນຕີ ຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ.

 

                                                                                               

 

   ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2020

 

                        ສະເຫຼີມໄຊ ກົມມະສິດ

 

      ກໍາມະການສູນກາງພັກ

 

      ລັດຖະມົນຕີກະຊວງການຕ່າງປະເທດ

 

                                                                     ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480300
ມື້ນີ້130
ມື້ວານ157
ອາທິດນີ້698
ເດືອນນີ້6531