ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ສປປ ເກົາຫຼີ ຄົບຮອບ 72 ປີ

ໂທລະເລກອວຍພອນວັນຊາດ

ສະຫາຍ ກິມ ເຈິງ ອຸນ ທີ່ຮັກແພງ,

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບ ຮອບ 72 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 72 ປີ ແຫ່ງການສະຖາປະນາປະເທດຊາດ ສປປ ເກົາຫຼີແລະ 75 ປີ ແຫ່ງການສ້າງຕັ້ງພັກແຮງງານເກົາຫຼີ   ໂດຍພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ເດັດດ່ຽວ ໜຽວແໜ້ນ ຂອງພັກແຮງງານເກົາຫຼີ, ປະຊາຊົນ ສປປ ເກົາຫຼີ ສາມາດຍາດມາໄດ້ບັນດາຜົນສຳ ເລັດອັນໃຫຍ່ຫຼວງຮອບດ້ານ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີການເຕີບໃຫຍ່ເຂັ້ມແຂງ,ຊິວິດການເປັນຢູ່ຂອງປະຊາຊົນເກົາຫຼີ ໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ, ຖານະບົດບາດຂອງ ສປປ ເກົາຫຼີ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍອມຮັບຂຶ້ນເລື້ອຍໆ.

ຂ້າພະເຈົ້າ ກໍ່ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ທີ່ໄດ້ຮັບການສ້າງຕັ້ງໂດຍ ການນຳລຸ້ນອາວຸໂສຂອງສອງປະເທດ ນັ້ນ, ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ເກົາຫຼີ ທັງເປັນປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເດັດດ່ຽວ, ໜ້ຽວແໜ້ນຂອງພັກແຮງງານເກົາຫຼີ ອັນມີ ສະຫາຍ ເປັນຜູ້ນໍຳ, ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ເພື່ອຈຸດໝາຍປາຍທາງສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ ແລະ ບັນລຸເປົ້າໝາຍໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ ປາສະຈາກການແຊກແຊງຈາກພາຍນອກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງສະຫາຍ, ສືບຕໍ່ນຳພາປະເທດຊາດກ້າວຂື້ນຢ່າງໜັກແໜ້ນ.

ດ້ວຍຄວາມນັບຖືຢ່າງສູງ,

                                                           ນະຄອນຫຼວງວຽງຈັນ, ວັນທີ 04ກັນຍາ 2020

      ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່

                                                       ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,

                                          ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ກິມ ເຈິງ ອຸນ, ປະທານພັກແຮງງານເກົາຫຼີ,

ປະທານຄະນະກໍາມາທິການກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ,

ຜູ້ບັນຊາການສູງສຸດຂອງກອງກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ

ທີ່ ນະຄອນຫຼວງພຽງຢາງ.


 

ໂທລະເລກອວຍພອນວັນຊາດ

 ສະຫາຍ ກິມ ດົກ ຮຸນ ທີ່ຮັກແພງ,

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 72 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 72 ປີ, ພາຍໃຕ້ການນໍາພາອັນປີຊາສາມາດ ຂອງພັກແຮງງານເກົາຫລີ, ເສດຖະກິດ-ສັງຄົມ ຂອງ ສປປ ເກົາຫຼີ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ດີີຂື້ນເທື່ອລະກ້າວ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ລັດຖະບານ ສປປ ເກົາຫຼີ ຈະສາມາດຜ່ານຜ່າອຸປະສັກນາໆປະການ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ໃນການພັດທະນາເສດຖະກິດ-ສັງຄົມໃນຊຸມປີຕໍ່ໜ້າ ເພື່ອປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມອຸດົມການສັງຄົມນິຍົມ ຂອງ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ.

        ດ້ວຍຄວາມນັບຖືຢ່າງສູງ,

                                               ນະຄອນຫລວງວຽງຈັນ, ວັນທີ 04 ກັນຍາ 2020    

                                                                  ທອງລຸນ ສີສຸລິດ

                                                                  ນາຍົກລັດຖະມົນຕີ

                                              ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ

ສະຫາຍ ກິມ ດົກ ຮຸນ, ນາຍົກລັດຖະມົນຕີ

 ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 ທີ່ ນະຄອນຫລວງພຽງຢາງ.


 ໂທລະເລກອວຍພອນວັນຊາດ

ສະຫາຍ ຣິ ເຊິນ ກວນ ທີ່ຮັກແພງ,

        ເນື່ອງໃນໂອກາດການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ຄົບຮອບ 72 ປີ, ຕາງໜ້າຄະນະນຳ ແລະ ພະນັກງານກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

        ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມ​ມືຢ່າງໃກ້ຊິດ ລະຫວ່າງ ສອງກະຊວງການຕ່າງປະເທດພວກ​ເຮົາ ຈະໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຍິ່ງໆຂື້ນ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດພວກເຮົາ ກໍ່ຄື ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

        ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

              ດ້ວຍຄວາມນັບຖືຢ່າງສູງ.

                                          ນະຄອນຫລວງວຽງຈັນ, ວັນທີ 04 ກັນຍາ 2020

                                                       ສະເຫຼີມໄຊ ກົມມະສິດ,

                                                     ລັດຖະມົນຕີກະຊວງການຕ່າງປະເທດ

                                                 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ຣິ ເຊິນ ກວນ,

ລັດຖະມົນຕີກະຊວງຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ                                              

ທີ່ ນະຄອນຫຼວງພຽງຢາງ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480401
ມື້ນີ້59
ມື້ວານ172
ອາທິດນີ້799
ເດືອນນີ້6632